เมื่อวันที่ 27-28 มีนาคม 2568 สถานเอกอัครราชทูต ณ เวียงจันทน์ ได้ร่วมกับองค์การอัยการประชาชนสูงสุด สปป.ลาว จัดงานสัมมนาหัวข้อ "การแลกเปลี่ยนบทเรียนด้านการดำเนินคดีปกครองระหว่างไทยกับ สปป.ลาว" ณ โรงแรมสุพัตราเวียงจันทน์ โดยเป็นกิจกรรมส่วนหนึ่งของการเฉลิมฉลองครบรอบ 75 ปี การสถาปนาความสัมพันธ์ทางการทูต ระหว่างไทย - สปป.ลาว กิจกรรมดังกล่าวมีผู้เข้าร่วมจากหน่วยงานต่าง ๆ ของ สปป.ลาว กว่า 100 คน จาก 15 หน่วยงาน และสถานเอกอัครราชทูต ฯ ได้รับการสนับสนุนวิทยากรที่มีประสบการณ์สูงจำนวน 6 คน จากสำนักงานศาลปกครองและสำนักงานอัยการสูงสุด กิจกรรมดังกล่าวถือเป็นการต่อยอดความสำเร็จของโครงการจัดตั้งคณะศาลปกครองภายใต้ศาลประชาชนสูงสุด ของ สปป.ลาว ซึ่งสำนักงานศาลปกครองและกรมความร่วมมือระหว่างประเทศ กระทรวงการต่างประเทศ ได้ให้การสนับสนุนเมื่อปี 2558-2566
ງານສຳມະນາຫົວຂໍ້ “ການແລກປ່ຽນບົດຮຽນດ້ານການດຳເນີນການຄະດີປົກຄອງ ລະຫວ່າງໄທ ກັບ ສປປ ລາວ”
ເມື່ອວັນທີ 27-28 ມີນາ 2025 ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ຮ່ວມກັບອົງການໄອຍະການປະຊາຊົນສູງສຸດ ສປປ ລາວ ຈັດງານສຳມະນາຫົວຂໍ້ “ການແລກປ່ຽນບົດຮຽນດ້ານການດຳເນີນການຄະດີປົກຄອງ ລະຫວ່າງໄທ ກັບ ສປປ ລາວ ” ທີ່ໂຮງແຮມສຸພັດຕາ ວຽງຈັນ. ໂດຍເປັນກິດຈະກຳສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ - ສປປ ລາວ ຄົບຮອບ 75 ປີ. ໂດຍກິດຈະກຳດັ່ງກ່າວ, ມີຜູ້ເຂົ້າຮ່ວມຈາກໜ່ວຍງານຕ່າງໆຂອງ ສປປ ລາວ ຫຼາຍກວ່າ 100 ຄົນ ຈາກ 15 ໜ່ວຍງານ ແລະ ສະຖານເອກອັກຄະຣາຊະທູດ ໄດ້ຮັບການສະໜັບສະໜູນວິທະຍາກອນທີ່ມີປະສົບການສູງ ຈຳນວນ 6 ຄົນ ຈາກສຳນັກງານສານປົກຄອງ ແລະ ສຳນັກງານໄອຍະການສູງສຸດ. ກິດຈະກຳດັ່ງກ່າວ, ຖືເປັນການຕໍ່ຍອດຜົນສຳເລັດຂອງໂຄງການຈັດຕັ້ງຄະນະສານປົກຄອງ ພາຍໃຕ້ສານປະຊາຊົນສູງສຸດຂອງ ສປປ ລາວ. ຊຶ່ງສຳນັກງານສານປົກຄອງ ແລະ ກົມການຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດ ໄດ້ໃຫ້ການສະໜັບສະໜູນເມື່ອປີ 2015-2023.