พิธีส่งมอบอาคารสำนักงานโรงเรียนมัธยมสมบูรณ์ศึกษาดงกะลึม
วันที่นำเข้าข้อมูล 7 ก.ค. 2569
วันที่ปรับปรุงข้อมูล 7 ก.ค. 2569
| 12 view
เมื่อวันที่ 28 มิถุนายน 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ เข้าร่วมพิธีส่งมอบอาคารสำนักงานโรงเรียนมัธยมสมบูรณ์ศึกษาดงกะลึม เมืองปากงึม นครหลวงเวียงจันทน์ โดยมี ดร.ดาลาวอน กิดติพัน รองรัฐมนตรีกระทรวงศึกษาธิการและกีฬา สปป.ลาว นางลีป่าเอี้ย ลีบัวปาว หัวหน้าแผนกศึกษาธิการและกีฬา นครหลวงเวียงจันทน์ นายทำนอง พลทองมาก นายกสมาคมนักธุรกิจไทยใน สปป.ลาว นายดาววอน พะจันทะวง รองประธานสภาการค้าและอุตสาหกรรมแห่ง สปป.ลาว นายบัวไล พานุวง เลขาธิการสมาคมลาว-ไทยเพื่อมิตรภาพ ให้เกียรติเข้าร่วมในพิธีด้วย
กิจกรรมดังกล่าวเป็นส่วนหนึ่งของวาระครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทยกับ สปป.ลาว ที่ริเริ่มโดยภาคประชาชน ได้รับการสนับสนุนโดยภาคเอกชนไทยและภาคเอกชนลาว และดำเนินการโดยประชาชนทั้งหมด รวมถึงการจัดกิจกรรมทอดผ้าป่าสามัคคีเพื่อระดมทุนและอุปกรณ์รวมมูลค่าประมาณ 2.7 ล้านบาท จนสามารถก่อสร้างอาคารสำนักงานและอาคารห้องน้ำสำเร็จ โดยอาคารดังกล่าวจะช่วยอำนวยความสะดวกให้แก่คณะครูอาจารย์สามารถอุทิศเวลาให้แก่การเตรียมการสอนและการดูแลนักเรียนในชุมชนบ้านดงกะลึม ซึ่งอยู่ติดชายแดนไทย-สปป.ลาว ได้อย่างมีประสิทธิภาพต่อไป ทั้งนี้ สถานเอกอัครราชทูตฯ ได้ร่วมสนับสนุนวัสดุอุปกรณ์สำนักงานสำหรับอาคารดังกล่าว มูลค่า 50,000 บาท และในงานดังกล่าว โรงพยาบาลเกษมราษฎร์อินเตอร์เนชั่นแนลเวียงจันทน์ ได้ร่วมออกหน่วยแพทย์เคลื่อนที่เพื่อให้บริการสุขภาพแก่ประชาชนในชุมชนบ้านดงกะลึมด้วย
ພິທີສົ່ງມອບອາຄານຫ້ອງການໂຮງຮຽນມັດທະຍົມສົມບູນສຶກສາ ດົງກະລຶມ
ໃນວັນທີ 28 ມິຖຸນາ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າພິທີສົ່ງມອບອາຄານຫ້ອງການໂຮງຮຽນມັດທະຍົມສົມບູນສຶກສາ ດົງກະລຶມ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ. ໂດຍມີທ່ານນາງ ປອ. ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ທ່ານນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ທຳນອງ ພົນທອງມາກ ຫົວໜ້າສະມາຄົມນັກທຸລະກິດໄທ ປະຈຳ ສປປ ລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ບົງໄລ ພານຸວົງ ເລຂາທິການສະມາຄົມລາວ-ໄທ ເພື່ອມິດຕະພາບ ໃຫ້ກຽດເຂົ້າຮ່ວມໃນພິທີດ້ວຍ.
ກິດຈະກຳດັ່ງກ່າວ, ເປັນສ່ວນໜຶ່ງຂອງວາລະການສະເຫຼີມສະຫຼອງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ຄົບຮອບ 75 ປີ ທີ່ລິເລີ່ມໃນລະດັບປະຊາຊົນ ເຊິ່ງໄດ້ຮັບການສະໜັບສະໜູນໂດຍພາກເອກະຊົນໄທ ແລະ ພາກເອກະຊົນລາວ ພ້ອມກັນຈັດຕັ້ງປະຕິບັດໂດຍປະຊາຊົນທັງໝົດ. ລວມທັງການຈັດກິດຈະກຳທອດຜ້າປ່າສາມັກຄີ ເພື່ອລະດົມທຶນ ແລະ ອຸປະກອນລວມມູນຄ່າປະມານ 2.7 ລ້ານບາດ ຈົນສາມາດກໍ່ສ້າງອາຄານຫ້ອງການ ແລະ ອາຄານຫ້ອງນ້ຳໄດ້ສຳເລັດ. ໂດຍອາຄານດັ່ງກ່າວ, ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ຄະນະຄູອາຈານ ສາມາດອຸທິດເວລາໃຫ້ແກ່ການກຽມການສອນ ແລະ ເບິ່ງແຍງນັກຮຽນໃນຊຸມຊົນບ້ານດົງກະລຶມ ທີ່ຢູ່ຕິດກັບຊາຍແດນໄທ-ສປປ ລາວ ໄດ້ຢ່າງມີປະສິດທິພາບຕໍ່ໄປ. ໃນໂອກາດດຽວກັນ, ສະຖານເອກອັກຄະຣາຊະທູດ ໄດ້ຮ່ວມສະໜັບສະໜູນວັດສະດຸອຸປະກອນສຳລັບກໍ່ສ້າງອາຄານ ລວມມູນຄ່າ 50,000 ບາດ ແລະ ໃນງານດັ່ງກ່າວ, ໂຮງໝໍກະເສມລາດ ອິນເຕີເນຊັນແນລວຽງຈັນ ໄດ້ຮ່ວມອອກໜ່ວຍແພດເຄື່ອນທີ່ ເພື່ອໃຫ້ບໍລິການສຸຂະພາບແກ່ປະຊາຊົນໃນຊຸມຊົນບ້ານດົງກະລີຶມ ອີກດ້ວຍ.
รูปภาพประกอบ
รูปภาพประกอบTOP
สถานเอกอัครราชทูต ณ เวียงจันทน์
Royal Thai Embassy, Vientiane Lao PDR
Royal Thai Embassy, Vientiane Lao PDR
ถนนไกสอน พมวิหาน บ้านสีบุนเฮือง เมืองจันทะบูลี นครหลวงเวียงจันทน์
(+856-21) 214581-3
Email [email protected]