เมื่อวันที่ 29 พฤษภาคม 2568 นางสาวจิรัสยา พีรานนท์ อัครราชทูต เป็นผู้แทนสถานเอกอัครราชทูต ณ เวียงจันทน์ มอบเงินจำนวน 50,000 บาท ให้แก่ศูนย์กลางซาวหนุ่มประชาชนปฏิวัติลาว เพื่อสนับสนุนการจัดกิจกรรมวันเด็กสากล วันปลูกต้นไม้แห่งชาติ และวันสิ่งแวดล้อม ประจำปี 2568 โดยมีนายมานุ เมืองวง รักษาการหัวหน้ากรมเยาวชน ศูนย์กลางซาวหนุ่มประชาชนปฏิบัติลาวเป็นผู้แทนรับมอบ ทั้งนี้ การสนับสนุนดังกล่าวเป็นส่วนหนึ่งของการเฉลิมฉลองครบรอบ 75 ปีของการสถาปนาความสัมพันธ์ทางการทูตระหว่างไทยกับ สปป. ลาว ซึ่งจะส่งเสริมการสร้างความตระหนักรู้ด้านสิ่งแวดล้อม ตลอดจนเสริมสร้างความเข้มแข็งให้กับเยาวชน สปป.ลาว
ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະໜັບສະໜູນງົບປະມານສຳລັບການຈັດກິດຈະກຳວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2025 ໂດຍສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ.
ເມື່ອວັນທີ 29 ພຶດສະພາ 2025 ທ່ານນາງ ຈິຣັດສະຍາ ພີຣານົນ ອັກຄະຣາຊະທູດ ເປັນຜູ້ແທນສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ມອບເງິນຈຳນວນ 50,000 ບາດ ໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອສະໜັບສະໜູນການຈັດກິດຈະກຳວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2025 ໂດຍມີທ່ານ ມານຸ ເມືອງວົງ ຮັກສາການຫົວໜ້າກົມເຍົາວະຊົນ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເປັນຜູ້ແທນຮັບມອບ. ທັງນີ້, ການສະໜັບສະໜູນດັ່ງກ່າວ ເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງໄທ ແລະ ສປປ ລາວ ຄົບຮອບ 75 ປີ. ຊຶ່ງຈະສົ່ງເສີມການສ້າງການຮັບຮູ້ດ້ານສິ່ງແວດລ້ອມ ລວມເຖິງເສີມສ້າງຄວາມເຂັ້ມແຂງໃຫ້ກັບເຍົາວະຊົນ ສປປ ລາວ.