เมื่อวันที่ 10 เมษายน 2569 ณ ทำเนียบเอกอัครราชทูต กิจกรรมดังกล่าวจัดขึ้นภายใต้แนวคิด “สงกรานต์บ้านฉัน สีสันไทย สุขไกลทั่วโลก” (Once in a Lifetime: Experience Songkran in Thailand) ตามนโยบายของกระทรวงวัฒนธรรม เพื่อส่งเสริมอัตลักษณ์ความเป็นไทย กระตุ้นการท่องเที่ยว ยกระดับประเพณีสงกรานต์สู่เทศกาลระดับโลก ตลอดจนสร้างการรับรู้เกี่ยวกับเทศกาลสงกรานต์ซึ่งได้รับการขึ้นทะเบียนเป็นรายการมรดกทางวัฒนธรรมที่จับต้องไม่ได้ขององค์การยูเนสโก (UNESCO) เมื่อปี 2566
ในโอกาสดังกล่าว นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ได้นำข้าราชการสถานเอกอัครราชทูตฯ ทีมประเทศไทย เจ้าหน้าที่ และชุมชนไทยใน สปป. ลาว ร่วมประกอบพิธีทำบุญตักบาตรพระภิกษุสงฆ์ จำนวน 15 รูป จากวัดองค์ตื้อมหาวิหาร โดยมีพระอาจารย์ ดร. พวงปะเสิด พูมะวง เจ้าอาวาสวัดองค์ตื้อมหาวิหารและผู้อำนวยการวิทยาลัยสงฆ์องค์ตื้อ เป็นประธานฝ่ายสงฆ์ หลังจากนั้น มีพิธีสรงน้ำพระพุทธรูปเพื่อความเป็นสิริมงคล และร่วมรับประทานอาหารเช้าตามวิถีวัฒนธรรมไทย–ลาว ณ ทำเนียบเอกอัครราชทูตฯ เพื่อส่งเสริมความสามัคคีและความเป็นอันหนึ่งอันเดียวกันของชุมชนไทยใน สปป. ลาว
ในโอกาสนี้ เอกอัครราชทูตฯ ได้กล่าวอวยพรผู้เข้าร่วมงานเนื่องในโอกาสวันสงกรานต์ไทย-ปีใหม่ลาว ซึ่งสะท้อนถึงวัฒนธรรมร่วมของสองประเทศ โดยผู้เข้าร่วมงานได้พร้อมใจแต่งกายด้วยชุดไทยในรูปแบบต่าง ๆ เพื่อส่งเสริมการรับรู้เกี่ยวกับการเสนอ “ชุดไทย” ขึ้นทะเบียนเป็นรายการมรดกทางวัฒนธรรมที่จับต้องไม่ได้ขององค์การยูเนสโก ในช่วงปลายปี 2569
ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດກິດຈະກຳເນື່ອງໃນໂອກາດເທສະການສົງການໄທ - ປີໃໝ່ລາວ ປະຈຳປີ 2026
ໃນວັນທີ 10 ເມສາ 2026 ທີ່ທຳນຽບເອກອັກຄະຣາຊະທູດ ກິດຈະກຳດັ່ງກ່າວ ຈັດຂຶ້ນພາຍໃຕ້ຄຳຂວັນ “ສົງການບ້ານຂ້ອຍ ສີສັນໄທ ສຸກໄກທົ່ວໂລກ” (Once in a Lifetime: Experience Songkran in Thailand) ຕາມນະໂຍບາຍຂອງກະຊວງວັດທະນະທຳ ເພື່ອສົ່ງເສີມເອກະລັກຄວາມເປັນໄທ, ກະຕຸ້ນການທ່ອງທ່ຽວ, ຍົກລະດັບປະເພນີສົງການສູ່ເທສະການລະດັບໂລກ ລວມເຖິງການສ້າງການຮັບຮູ້ກ່ຽວກັບເທສະການສົງການ ເຊິ່ງໄດ້ຮັບການຂຶ້ນທະບຽນເປັນລາຍການມໍລະດົກທາງວັດທະນະທຳ ທີ່ຈັບຕ້ອງບໍ່ໄດ້ຂອງອົງການຢູເນສໂກ (UNESCO) ໃນປີ 2023. ໃນໂອກາດດັ່ງກ່າວ, ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ນຳພາຂ້າຣາຊະການສະຖານເອກອັກຄະຣາຊະທູດ, ທີມປະເທດໄທ ແລະ ຊຸມຊົນໄທ ໃນ ສປປ ລາວ ຮ່ວມປະກອບພິທີເຮັດບຸນໃສ່ບາດພະພິຂຸສົງ ຈຳນວນ 15 ອົງ ຈາກວັດອົງຕື້ ມະຫາວິຫານ ໂດຍມີພະອາຈານ ປອ. ພວງປະເສີດ ພູມະວົງ ເຈົ້າອາວາດວັດອົງຕື້ ແລະ ເປັນຜູ້ອຳນວຍການວິທະຍາໄລສົງອົງຕື້ ເປັນປະທານຝ່າຍສົງ. ຫຼັງຈາກນັ້ນ, ມີພິທີສົງນ້ຳພະພຸດທະຮູບ ເພື່ອຄວາມເປັນສິລິມຸງຄຸນ ແລະ ຮ່ວມຮັບປະທານອາຫານເຊົ້າຕາມວິຖີວັດທະນຳທຳໄທ - ລາວ ທີ່ທຳນຽບເອກອັກຄະຣາຊະທູດ ເພື່ອເສີມສ້າງຄວາມສາມັກຄີ ແລະຄວາມເປັນອັນໜຶ່ງອັນດຽວກັນຂອງຊຸມຊົນໄທ ໃນ ສປປ ລາວ.
ໃນໂອກາດດັ່ງກ່າວ, ເອກອັກຄະຣາຊະທູດ ໄດ້ກ່າວອວຍພອນຜູ້ເຂົ້າຮ່ວມງານເນື່ອງໃນໂອກາດວັນສົງການໄທ - ປີໃໝ່ລາວ ເຊິ່ງສະທ້ອນເຖິງວັດທະນຳທຳຮ່ວມຂອງສອງປະເທດ ໂດຍຜູ້ເຂົ້າຮ່ວມງານໄດ້ພ້ອມກັນແຕ່ງກາຍດ້ວຍຊຸດໄທ ໃນຮູບແບບຕ່າງໆ ເພື່ອສົ່ງເສີມການຮັບຮູ້ກ່ຽວກັບການສະເໜີ ຊຸດໄທ ຂຶ້ນທະບຽນເປັນລາຍການມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຂອງອົງການຢູເນສໂກ ໃນຊ່ວງໃນໄລຍະທ້າຍປີ 2026.