เอกอัครราชทูต ณ เวียงจันทน์ ต้อนรับ รศ. ทพ. ดร. ม.ล. ธีรธวัช ศรีธวัช และคณาจารย์จาก คณะทันตแพทยศาสตร์ มหาวิทยาลัยมหิดล และมหาวิทยาลัยวิทยาศาสตร์สุขภาพ สปป.ลาว

วันที่นำเข้าข้อมูล 10 พ.ย. 2569

วันที่ปรับปรุงข้อมูล 10 พ.ย. 2569

| 126 view

เมื่อวันที่ 5 พฤศจิกายน 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ให้การต้อนรับ รศ.ทพ.ดร.ม.ล. ธีรธวัช ศรีธวัช คณะทันตแพทยศาสตร์ มหาวิทยาลัยมหิดล ซึ่งได้รับตำแหน่งศาสตราจารย์กิตติมศักดิ์จากมหาวิทยาลัยวิทยาศาสตร์สุขภาพ สปป.ลาว เมื่อเดือนตุลาคม 2569 และปัจจุบันดำรงตำแหน่ง
ที่ปรึกษา และ Visiting Professor มหาวิทยาลัยวิทยาศาสตร์สุขภาพ สปป.ลาว ในโอกาสนี้ รศ.ทพ.ดร.ม.ล.ธีรธวัชฯ ได้เชิญนายจันทะวิเสา พันทะนาไล คณบดีคณะทันตแพทยศาสตร์ และคณะผู้บริหารของคณะทันตแพทยศาสตร์ มหาวิทยาลัยวิทยศาสตร์สุขภาพ สปป.ลาว และศิษย์เก่าที่เคยรับทุนไปศึกษาต่อ ณ คณะทันตแพทยศาสตร์ มหาวิทยาลัยมหิดล เข้าร่วมด้วย ทั้งสองฝ่ายได้ปรึกษาหารือเกี่ยวกับโครงการความร่วมมือทางวิชาการในอนาคตระหว่างคณะทันตแพทยศาสตร์ของทั้งสองมหาวิทยาลัย แนวทางการยกระดับการให้บริการด้านทันตกรรมใน สปป.ลาว และความเป็นไปได้ที่จะสนับสนุนทุนการศึกษาอย่างต่อเนื่องให้แก่นักศึกษาจาก สปป.ลาว และความสำเร็จของการส่งนักศึกษาลาวสาขาช่างทันตกรรมไปฝึกงานที่บริษัท PC Dental Lab ซึ่งมีห้องปฏิบัติการทันตกรรมที่ใหญ่ที่สุดแห่งหนึ่งของไทย

ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຕ້ອນຮັບ ຮສ. ທພ. ດຣ. ມ.ລ. ທີຣະທະວັດ ສີທະວັດ ແລະ ຄະນະອາຈານຈາກຄະນະທັນຕະແພດສາດ, ມະຫາວິທະຍາໄລມະຫິດົນ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ສປປ ລາວ.

ໃນວັນທີ 5 ພະຈິກ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ຕ້ອນຮັບ ຮສ.ທພ.ດຣ.ມ.ລ. ທີຣະທະວັດ ສີທະວັດ ຈາກຄະນະທັນຕະແພດສາດ, ມະຫາວິທະຍາໄລມະຫິດົນ ເຊິ່ງໄດ້ຮັບການແຕ່ງຕັ້ງເປັນສາດສະດາຈານກິດຕິມະສັກ ຈາກມະຫາວິທະຍາໄລວິທະຍາສາດສຸຂະພາບ ສປປ ລາວ ເມື່ອເດືອນຕຸລາ 2026 ແລະ ປັດຈຸບັນດຳລົງຕຳແໜ່ງເປັນທີ່ປຶກສາ ແລະ Visiting Professor ມະຫາວິທະຍາໄລວິທະຍາສາດສຸຂະພາບ ສປປ ລາວ. ໃນໂອກາດດັ່ງກ່າວ, ຮສ.ທພ.ດຣ.ມ.ລ. ທີຣະທະວັດ ໄດ້ເຊີນ ທ່ານ ຈັນທະວິເສົາ ພັນທະນາໄລ ຄະນະບໍດີ ຄະນະທັນຕະແພດສາດ ແລະ ຄະນະຜູ້ບໍລິຫານຂອງຄະນະທັນຕະແພດສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ ສປປ ລາວ ພ້ອມດ້ວຍສິດເກົ່າທີ່ເຄີຍໄດ້ຮັບທຶນໄປສຶກສາຕໍ່ທີ່ຄະນະທັນຕະແພດສາດ, ມະຫາວິທະຍາໄລມະຫິດົນ ເຂົ້າຮ່ວມນຳ. ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບໂຄງການຮ່ວມມືທາງວິຊາການໃນອະນາຄົດລະຫວ່າງຄະນະທັນຕະແພດສາດຂອງທັງສອງມະຫາວິທະຍາໄລ, ແນວທາງການຍົກລະດັບການໃຫ້ບໍລິການດ້ານທັນຕະກຳໃນ ສປປ ລາວ ແລະ ຄວາມເປັນໄປໄດ້ທີ່ຈະສະໜັບສະໜູນທຶນການສຶກສາຢ່າງຕໍ່ເນື່ອງໃຫ້ແກ່ນັກສຶກສາຈາກ ສປປ ລາວ, ຕະຫຼອດຈົນເຖິງຄວາມສຳເລັດຂອງການສົ່ງນັກສຶກສາລາວສາຂາຊ່າງທັນຕະກຳໄປຝຶກງານທີ່ບໍລິສັດ PC Dental Lab ເຊິ່ງມີຫ້ອງປະຕິບັດການທັນຕະກຳທີ່ໃຫຍ່ທີ່ສຸດແຫ່ງໜຶ່ງຂອງໄທ.

รูปภาพประกอบ

รูปภาพประกอบ