เอกอัครราชทูต ณ เวียงจันทน์ มอบเครื่องมืออุปกรณ์ทางการแพทย์ให้แก่โรงพยาบาลเมืองโพนโฮง  แขวงเวียงจันทน์

วันที่นำเข้าข้อมูล 25 ก.ย. 2569

วันที่ปรับปรุงข้อมูล 25 ก.ย. 2569

| 21 view
เมื่อวันที่ 24 กันยายน 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ได้เดินทาง ไปยังโรงพยาบาลเมืองโพนโฮง แขวงเวียงจันทน์ เพื่อส่งมอบเครื่องมืออุปกรณ์ทางการแพทย์มูลค่า 117,000 บาท ให้แก่โรงพยาบาลเมืองโพนโฮง โดยนายไซสะหวัน พมเวียงไซ รองหัวหน้าห้องว่าการแขวงเวียงจันทน์ เป็นผู้แทนแขวงเวียงจันทน์รับมอบอุปกรณ์ดังกล่าว ซึ่งประกอบด้วยเครื่องตัดเฝือกพร้อมใบมีดสำรอง 1 เครื่อง และเครื่องส่องหลอดลมจำนวน 1 เครื่อง ซึ่งอุปกรณ์ดังกล่าวจะช่วยให้ผู้ป่วยที่ใส่เฝือกสามารถรับบริการตัดและถอดเฝือกได้อย่างครบวงจร และช่วยให้แพทย์ฉุกเฉินสามารถวินิจฉัยและรักษาผู้ป่วยได้อย่างมีประสิทธิภาพยิ่งขึ้น ทั้งนี้ การสนับสนุนดังกล่าวเป็นการสานต่อความร่วมมือด้านสาธารณสุขกับ สปป.ลาว ในการพัฒนาศักยภาพโรงพยาบาลเมืองโพนโฮงที่ไทยเริ่มดำเนินการตั้งแต่ปี 2537 และสอดคล้องกับหุ้นส่วนยุทธศาสตร์เพื่อการเจริญเติบโตและการพัฒนาอย่างยั่งยืนระหว่างไทยกับ สปป.ลาว
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ມອບເຄື່ອງມືອຸປະກອນການແພດ ໃຫ້ແກ່ໂຮງໝໍເມືອງໂພນໂຮງ
ແຂວງວຽງຈັນ.
 
ໃນວັນທີ 24 ກັນຍາ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເດີນທາງໄປຍັງໂຮງໝໍເມືອງໂພນໂຮງ, ແຂວງວຽງຈັນ ເພື່ອສົ່ງມອບເຄື່ອງມືອຸປະກອນການແພດ ມູນຄ່າ 117,000 ບາດ ໃຫ້ແກ່ໂຮງໝໍເມືອງໂພນໂຮງ. ໂດຍມີທ່ານ ໄຊສະຫວັນ ພົມວຽງໄຊ ຮອງຫົວໜ້າຫ້ອງວ່າການແຂວງວຽງຈັນ ໄດ້ເປັນຜູ້ແທນແຂວງວຽງຈັນ ຮັບມອບອຸປະກອນດັ່ງກ່າວ ເຊິ່ງປະກອບມີ: ເຄື່ອງຕັດເຝືອກ ພ້ອມໃບມີດສຳຮອງ ຈຳນວນ 1 ເຄື່ອງ ແລະ ເຄື່ອງສ່ອງຫຼອດລົມ ຈຳນວນ 1 ເຄື່ອງ. ອຸປະກອນດັ່ງກ່າວ, ຈະຊ່ວຍໃຫ້ຜູ້ປ່ວຍທີ່ໃສ່ເຝືອກ ສາມາດເຂົ້າຮັບບໍລິການຕັດ ແລະ ຖອດເຝືອກໄດ້ຢ່າງຄົບວົງຈອນ ແລະ ຊ່ວຍໃຫ້ແພດສຸກເສີນສາມາດປະເມີນ ແລະ ຮັກສາຜູ້ປ່ວຍໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ. ທັງນີ້ ການສະໜັບສະໜູນດັ່ງກ່າວ ເປັນການສືບຕໍ່ການຮ່ວມມືດ້ານສາທາລະນະສຸກກັບ ສປປ ລາວ ໃນການພັດທະນາສັກກາຍະພາບຂອງໂຮງໝໍເມືອງໂພນໂຮງ ທີ່ໄທໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 1994 ແລະ ສອດຄ່ອງກັບຄູ່ຮ່ວມຍຸດທະສາດເພື່ອການເຕີບໂຕ ແລະ ການພັດທະນາຢ່າງຍືນຍົງ ລະຫວ່າງໄທ ກັບ ສປປ ລາວ.

รูปภาพประกอบ

รูปภาพประกอบ