เอกอัครราชทูต ณ เวียงจันทน์ เข้าร่วมพิธีมอบทุนการศึกษา SCG Sharing The Dream 2026

วันที่นำเข้าข้อมูล 24 พ.ย. 2569

วันที่ปรับปรุงข้อมูล 24 พ.ย. 2569

| 23 view
 
เมื่อวันที่ 5 พฤศจิกายน 2569 นางครองขนิษฐ รักษ์เจริญ เอกอัครราชทูตไทย ณ เวียงจันทน์ เข้าร่วมพิธีมอบทุนการศึกษา SCG Sharing The Dream 2026 ซึ่งเป็นโครงการให้ทุนการศึกษาภายใต้ความร่วมมือระหว่างบริษัท คำม่วนซีเมนต์ จำกัด กับกระทรวงศึกษาธิการและกีฬา สปป.ลาว โดยได้รับเกียรติจาก
ดร. ดาลาวอน กิดติพัน รองรัฐมนตรีกระทรวงศึกษาธิการและกีฬา สปป.ลาว นายสำเร็จ เรืองฤทธิ์ กรรมการผู้จัดการ บริษัท คําม่วนซีเมนต์ จํากัด และนางบัววอน สุขะลาเส็ง หัวหน้าแผนกศึกษาธิการและกีฬา นครหลวงเวียงจันทน์ เข้าร่วมในพิธีดังกล่าว
 
ในโอกาสดังกล่าว เอกอัครราชทูตฯ ได้กล่าวแสดงความยินดีกับนักเรียนที่ได้รับทุนการศึกษาทั้ง 126 คน ซึ่งประกอบด้วยนักเรียนระดับมัธยมศึกษาจากนครหลวงเวียงจันทน์ 80 คน แขวงคำม่วน 30 คน และนักศึกษาระดับมหาวิทยาลัยทั่ว สปป.ลาว 16 คน โดยคาดหวังว่า ทุนดังกล่าวจะช่วยสานฝันให้แก่เยาวชนรุ่นใหม่ของ สปป.ลาว และมีส่วนช่วยสนับสนุนให้นักเรียนเข้ารับการศึกษาอย่างเป็นระบบ รวมถึงได้ชื่นชมโครงการดังกล่าว ซึ่งสะท้อนให้เห็นว่า การลงทุนของภาคเอกชนไทยใน สปป.ลาว เป็นการลงทุนที่ยั่งยืนที่ช่วยส่งเสริมการพัฒนาชุมชนและทรัพยากรมนุษย์ของ สปป.ลาว
 
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຮ່ວມພິທີມອບທຶນການສຶກສາ SCG Sharing The Dream 2026.
 
ໃນວັນທີ 5 ພະຈິກ 2026, ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີມອບທຶນການສຶກສາ SCG Sharing The Dream 2026 ເຊິ່ງເປັນໂຄງການໃຫ້ທຶນການສຶກສາພາຍໃຕ້ການຮ່ວມມືລະຫວ່າງ ບໍລິສັດ ຄຳມ່ວນຊີເມັນ ຈຳກັດ ກັບກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍໄດ້ຮັບກຽດຈາກ ທ່ານນາງ ປອ. ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ທ່ານ ສຳເລັດ ເຣືອງຣິດ ຜູ້ອຳນວຍການໃຫຍ່ ບໍລິສັດ ຄຳມ່ວນຊີເມັນ ຈຳກັດ ແລະ ທ່ານນາງ ບົວວອນ ສຸຂະລາເສັງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນພິທີດັ່ງກ່າວ.
 
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະຣາຊະທູດ ໄດ້ກ່າວສະແດງຄວາມຍິນດີກັບນັກຮຽນ-ນັກສຶກສາທີ່ໄດ້ຮັບທຶນການສຶກສາທັງໝົດ 126 ຄົນ ເຊິ່ງປະກອບມີນັກຮຽນລະດັບມັດທະຍົມສຶກສາຈາກນະຄອນຫຼວງວຽງຈັນ 80 ຄົນ, ແຂວງຄຳມ່ວນ 30 ຄົນ ແລະ ນັກສຶກສາລະດັບມະຫາວິທະຍາໄລທົ່ວ ສປປ ລາວ 16 ຄົນ ໂດຍຄາດຫວັງວ່າ ທຶນດັ່ງກ່າວຈະຊ່ວຍສານຝັນໃຫ້ແກ່ຊາວໜຸ່ມ-ເຍົາວະຊົນລຸ້ນໃໝ່ຂອງ ສປປ ລາວ ແລະ ມີສ່ວນຊ່ວຍສະໜັບສະໜູນໃຫ້ນັກຮຽນໄດ້ເຂົ້າຮັບການສຶກສາຢ່າງເປັນລະບົບ ລວມເຖິງໄດ້ຊົມເຊີຍໂຄງການດັ່ງກ່າວ ເຊິ່ງສະທ້ອນໃຫ້ເຫັນວ່າ ການລົງທຶນຂອງພາກເອກະຊົນໄທ ຢູ່ ສປປ ລາວ ເປັນການລົງທຶນທີ່ຍືນຍົງ ທີ່ຊ່ວຍສົ່ງເສີມການພັດທະນາຊຸມຊົນ ແລະ ຊັບພະຍາກອນມະນຸດຂອງ ສປປ ລາວ.
 
 

รูปภาพประกอบ

รูปภาพประกอบ