เอกอัครราชทูต ณ เวียงจันทน์ เข้าร่วมพิธียกระดับด่านปากตาพาน เมืองละคอนเพ็ง แขวงสาละวัน เป็นด่านสากล

เอกอัครราชทูต ณ เวียงจันทน์ เข้าร่วมพิธียกระดับด่านปากตาพาน เมืองละคอนเพ็ง แขวงสาละวัน เป็นด่านสากล

วันที่นำเข้าข้อมูล 11 ก.ย. 2567

วันที่ปรับปรุงข้อมูล 11 ก.ย. 2567

| 25 view

เมื่อวันที่ 6 กันยายน 2567 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ เข้าร่วมพิธียกระดับด่านปากตาพาน เมืองละคอนเพ็ง แขวงสาละวัน เป็นด่านสากลอย่างเป็นทางการ โดยมี นายโพไซ ไขคำพิทูน รองรัฐมนตรีกระทรวงการต่างประเทศแห่ง สปป.ลาว และ ดร. ดาววง พอนแก้ว เจ้าแขวงสาละวัน เป็นประธานร่วมของ สปป. ลาว และมีผู้แทนไทยที่เกี่ยวข้องเข้าร่วม อาทิ ว่าที่พันตรี อดิศักดิ์ น้อยสุวรรณ ผู้ว่าราชการจังหวัดอำนาจเจริญ นายสมเพชร สร้อยสระคู รองผู้ว่าราชการจังหวัดอุบลราชธานี และนางสาวธิติยา ปานมณี กงสุล สถานกงสุลใหญ่ ณ แขวงสะหวันนะเขต

ด่านสากลปากตาพาน ตั้งอยู่ตรงข้ามจุดผ่านแดนถาวรบ้านปากแซง อำเภอนาตาล จังหวัดอุบลราชธานี  โดยเมื่อปี พ.ศ. 2531 รัฐบาล สปป. ลาวอนุมัติให้เปิดด่านชายแดนระหว่างเมืองละคอนเพ็ง แขวงสาละวัน และกิ่งอำเภอนาตาล (ปัจจุบันเป็นอำเภอนาตาล) จังหวัดอุบลราชธานี โดยใช้เรือขนส่งขนาดเล็กเป็นหลัก มีวัตถุประสงค์เพื่อแลกเปลี่ยนสินค้าระหว่างประชาชนสองฝั่ง และได้ยกระดับเป็นด่านท้องถิ่นในปี พ.ศ. 2556 ต่อมาเมื่อวันที่ 31 มกราคม 2566 กระทรวงการต่างประเทศ แห่ง สปป. ลาว ร่วมกับหน่วยงานที่เกี่ยวข้องลงพื้นที่สำรวจโครงสร้างพื้นฐานด่านท้องถิ่นปากตาพานเพื่อศึกษาความเป็นไปได้ที่จะยกระดับเป็นด่านสากล ล่าสุด เมื่อวันที่ 14 มิถุนายน 2567 รัฐบาล สปป. ลาว อนุมัติให้แขวงสาละวันยกระดับด่านท้องถิ่นปากตาพาน เมืองละคอนเพ็ง เป็นด่านสากล

การยกระดับด่านสากลปากตาพาน จะช่วยส่งเสริมการค้า การลงทุน การท่องเที่ยวและความสัมพันธ์ในระดับประชาชน ทั้งนี้ ด่านสากลปากตาพานตั้งอยู่ใกล้บริเวณโครงการก่อสร้างสะพานมิตรภาพไทย-ลาว แห่งที่ 6 (จ.อุบลราชธานี-แขวงสาละวัน) ซึ่งจะเป็นจุดเชื่อมโยงเส้นทางคมนาคมที่สำคัญอีกแห่งประเทศในภูมิภาค

ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຮ່ວມພິທີຍົກລະດັບດ່ານປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ເປັນດ່ານສາກົນ.

ເມື່ອວັນທີ 6 ກັນຍາ 2024 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຮ່ວມພິທີຍົກລະດັບດ່ານປາກຕາພານ ເມືອງລະຄອນເພັງ, ແຂວງສາລະວັນ ເປັນດ່ານສາກົນຢ່າງເປັນທາງການ. ໂດຍມີທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປອ. ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ເປັນປະທານຮ່ວມຂອງ ສປປ ລາວ ແລະ ມີຜູ້ແທນໄທທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍ ວ່າທີ່ພັນຕີອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດອຳນາດຈະເລີນ, ທ່ານ ສົມເພັດ ສ້ອຍສະຄູ ຮອງຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ແລະ ທ່ານນາງ ທິຕິຍາ ປານມະນີ ກົງສຸນ ສະຖານກົງສຸນໃຫຍ່ ປະຈຳ ແຂວງສະຫວັນນະເຂດ.

ດ່ານສາກົນປາກຕາພານ ຕັ້ງຢູ່ກົງກັນຂ້າມຈຸດຜ່ານແດນຖາວອນບ້ານປາກແຊງ ອຳເພີນາຕານ ຈັງຫວັດອຸບົນຣາຊະທານີ ໂດຍເມື່ອປີ 1988 ລັດຖະບານ ສປປ ລາວ ອະນຸມັດໃຫ້ເປີດດ່ານຊາຍແດນລະຫວ່າງເມືອງລະຄອນເພັງ ແຂວງສາລະວັນ ແລະ ກິ່ງອຳເພີນາຕານ (ປັດຈຸບັນເປັນອຳເພີນາຕານ) ຈັງຫວັດອຸບົນຣາຊະທານີ ໂດຍໃຊ້ເຮືອຂົນສົ່ງຂະໜາດນ້ອຍເປັນຫຼັກ ມີວັດຖຸປະສົງເພື່ອແລກປ່ຽນສິນຄ້າລະຫວ່າງປະຊາຊົນສອງຝັ່ງ ແລະ ໄດ້ຍົກລະດັບເປັນດ່ານທ້ອງຖິ່ນໃນປີ 2013. ຕໍ່ມາເມື່ອວັນທີ 31 ມັງກອນ 2023 ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງລົງພື້ນທີ່ສຳຫຼວດພື້ນຖານໂຄງລ່າງດ່ານທ້ອງຖິ່ນປາກຕາພານ ເພື່ອສຶກສາຄວາມເປັນໄປໄດ້ທີ່ຈະຍົກລະດັບເປັນດ່ານສາກົນ ຫຼ້າສຸດ ເມື່ອວັນທີ 14 ມິຖຸນາ 2024 ລັດຖະບານ ສປປ ລາວ ອະນຸມັດໃຫ້ແຂວງສາລະວັນ ຍົກລະດັບດ່ານທ້ອງຖິ່ນປາກຕາພານ ເມືອງລະຄອນເພັງ ເປັນດ່ານສາກົນ.

ການຍົກລະດັບດ່ານສາກົນປາກຕາພານ ຈະຊ່ວຍສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການພົວພັນໃນລະດັບປະຊາຊົນ. ທັງນີ້, ດ່ານສາກົນປາກຕາພານ ຕັ້ງຢູ່ໃກ້ບໍລິເວນໂຄງການກໍ່ສ້າງຂົວມິດຕະພາບໄທ-ລາວ ແຫ່ງທີ 6 (ຈັງຫວັດອຸບົນຣາຊະທານີ-ແຂວງສາລະວັນ) ຊຶ່ງຈະເປັນຈຸດເຊື່ອມໂຍງເສັ້ນທາງຄົມມະນາຄົມອີກແຫ່ງປະເທດໃນພາກພື້ນ.

รูปภาพประกอบ

รูปภาพประกอบ