เมื่อวันที่ 2 กรกฎาคม 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมคารวะนายโพไซ ไซยะสอน รัฐมนตรีกระทรวงแรงงานและสวัสดิการสังคม สปป.ลาว เพื่อแสดงความยินดีในโอกาสที่ นายโพไซฯ ได้รับแต่งตั้งให้ดำรงตำแหน่งใหม่เมื่อเดือนมิถุนายน 2568 ทั้งสองฝ่ายได้ติดตามความคืบหน้าโครงการก่อสร้างศูนย์พัฒนาสังคมมิตรภาพไทย - สปป. ลาว โดยมีกำหนดวางศิลาฤกษ์การก่อสร้างศูนย์ดังกล่าวภายในปี 2568 เพื่อเป็นส่วนหนึ่งของการเฉลิมฉลองครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทย - สปป. ลาว และได้ปรึกษาหารือเกี่ยวกับสถานการณ์แรงงานในไทยและ สปป.ลาว ความต้องการแรงงานลาวในโครงการที่นักลงทุนไทยลงทุนใน สปป.ลาว การปรับปรุงบันทึกความเข้าใจว่าด้วยความร่วมมือด้านแรงงานระหว่างไทยกับ สปป.ลาว ซึ่งลงนามเมื่อปี 2559 การส่งเสริมการพัฒนาศักยภาพแรงงานใน สปป.ลาว รวมถึงการสนับสนุนงบประมาณและเครื่องอุปโภคบริโภคจากภาคส่วนต่าง ๆ ของไทยให้แก่ผู้ประสบอุทกภัยใน สปป.ลาว เมื่อปีที่ผ่านมา
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຢ້ຽມຂໍ່ານັບທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ.
ເມື່ອວັນທີ 2 ກໍລະກົດ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ເພື່ອສະແດງຄວາມຍິນດີໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ເມື່ອເດືອນມິຖຸນາ 2025. ໂດຍທັງສອງຝ່າຍ, ໄດ້ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງສູນພັດທະນາສັງຄົມມິດຕະພາບ ໄທ - ສປປ ລາວ ໂດຍມີກຳນົດການວາງສີລາລຶກການກໍ່ສ້າງສູນດັ່ງກ່າວພາຍໃນປີ 2025 ເພື່ອເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ໄທ - ສປປ ລາວ ຄົບຮອບ 75 ປີ. ແລະ ໄດ້ປຶກສາຫາລືກ່ຽວກັບສະຖານະການແຮງງານໃນໄທ ແລະ ສປປ ລາວ, ການຕ້ອງການແຮງງານລາວໃນໂຄງການທີີ່ນັກລົງທຶນໄທ ລົງທຶນໃນ ສປປ ລາວ, ການປັບປຸງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານລະຫວ່າງໄທກັບ ສປປ ລາວ ເຊິ່ງເຊັນສັນຍາເມື່ອປີ 2016, ການສົ່ງເສີມການພັດທະນາສັກກາຍະພາບແຮງງານໃນ ສປປ ລາວ ລວມເຖິງ, ການສະໜັບສະໜູນງົບປະມານ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈາກພາກສ່ວນຕ່າງໆຂອງໄທ ໃຫ້ແກ່ຜູ້ປະສົບອຸທົກກະໄພໃນ ສປປ ລາວ ເມື່ອປີທີ່ຜ່ານມາ.