วันที่นำเข้าข้อมูล 29 ก.ค. 2568
วันที่ปรับปรุงข้อมูล 29 ก.ค. 2568
เมื่อวันที่ 22 กรกฎาคม 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมคารวะ ดร.เพ็ด พมพิพัก เพื่อแสดงความยินดีในโอกาสที่ได้รับแต่งตั้งเป็นหัวหน้าห้องว่าการศูนย์กลางพรรค เมื่อวันที่ 19 มิถุนายน 2568 ทั้งสองฝ่ายได้แสดงความยินดีในโอกาสครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทย กับ สปป.ลาว ซึ่งในปีที่ผ่านมา สถานเอกอัครราชทูตฯ ได้ร่วมกับหน่วยงานของ สปป.ลาว รวมถึงหน่วยงานของพรรคประชาชนปฏิวัติลาวจัดกิจกรรมเฉลิมฉลองต่าง ๆ เช่น การร่วมสนับสนุนศูนย์กลางซาวหนุ่มประชาชนปฏิวัติลาวจัดกิจกรรมวันเด็กสากล วันปลูกต้นไม้แห่งชาติ และวันสิ่งแวดล้อมประจำปี 2568 รวมถึงการสนับสนุนโครงการพัฒนาทางเลือกด้วยการปลูกกาแฟและชาแทนการปลูกฝิ่นในภาคเหนือของ สปป.ลาว ได้แก่ สหกรณ์กาแฟวันใหม่ แขวงหัวพัน และสหกรณ์ผู้ผลิตชาเมืองเมิง แขวงบ่อแก้ว ซึ่งมีบทบาทสำคัญช่วยยกระดับคุณภาพชีวิตของประชาชน นอกจากนี้ ทั้งสองฝ่ายได้ชื่นชมความร่วมมือที่ใกล้ชิดระหว่างสมาคมไทย-ลาว เพื่อมิตรภาพและสมาคมลาว-ไทย เพื่อมิตรภาพ ซึ่งอยู่ภายใต้การกำกับดูแลของคณะพัวพันต่างประเทศศูนย์กลางพรรคด้วย
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຢ້ຽມຂໍ່ານັບຫົວໜ້າຫ້ອງວ່າການສູນກາງພັກ ສປປ ລາວ
ເມື່ອວັນທີ 22 ກໍລະກົດ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ເພັດ ພົມພິທັກ ເພື່ອສະແດງຄວາມຍິນດີໃນໂອກາດທີ່ໄດ້ຮັບແຕ່ງຕັ້ງເປັນຫົວໜ້າຫ້ອງວ່າການສູນກາງພັກ ເມື່ອວັນທີ 19 ມິຖຸນາ 2025 ທັງສອງຝ່າຍ, ໄດ້ສະແດງຄວາມຍິນດີໃນໂອກາດຄົບຮອບວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ຄົບຮອບ 75 ປີ. ຊຶ່ງໃນປີຜ່ານມາ, ສະຖານເອກອັກຄະຣາຊະທູດ ໄດ້ຮ່ວມກັບໜ່ວຍງານຂອງ ສປປ ລາວ ລວມເຖິງໜ່ວຍງານຂອງພັກປະຊາຊົນ ປະຕິວັດລາວ ຈັດກິດຈະກຳສະເຫຼີມສະຫຼອງຕ່າງໆ ເຊັ່ນ: ການຮ່ວມສະໜັບສະໜູນສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດກິດຈະກຳວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມ ປະຈຳປີ 2025. ລວມເຖິງ, ການສະໜັບສະໜູນໂຄງການພັດທະນາທາງເລືອກດ້ວຍການປູກກາເຟ ແລະ ຊາ ແທນການປູກຝິ່ນໃນພາກເໜືອຂອງ ສປປ ລາວ ໄດ້ແກ່: ສະຫະກອນກາເຟວັນໃໝ່ ແຂວງຫົວພັນ ແລະ ສະຫະກອນຜູ້ຜະລິດຊາເມືອງເມິງ ແຂວງບໍ່ແກ້ວ ຊຶ່ງມີບົດບາດສຳຄັນຊ່ວຍຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ. ນອກຈາກນີ້, ທັງສອງຝ່າຍ ໄດ້ຊົມເຊີຍການຮ່ວມມືທີ່ໃກ້ຊິດລະຫວ່າງສະມາຄົມໄທ-ລາວ ເພື່ອມິດຕະພາບ ແລະ ສະມາຄົມລາວ-ໄທ ເພື່ອມິດຕະພາບ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະພົວພັນຕ່າງປະເທດສູນກາງພັກ ດ້ວຍ.
รูปภาพประกอบ