วันที่นำเข้าข้อมูล 2 ต.ค. 2568
วันที่ปรับปรุงข้อมูล 2 ต.ค. 2568
เมื่อวันที่ 30 กันยายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ เข้าเยี่ยมอำลานางเข็มมะนี พนเสนา หัวหน้าห้องว่าการสำนักงานประธานประเทศ ในโอกาสที่จะพ้นจากตำแหน่ง โดยทั้งสองฝ่ายได้แสดงความขอบคุณสำหรับความร่วมมือที่ใกล้ชิดในทุกมิติและทุกระดับ ซึ่งช่วยส่งเสริมความสัมพันธ์และมิตรภาพระหว่างไทยกับ สปป.ลาว ในฐานะประเทศบ้านใกล้เรือนเคียงและหุ้นส่วนทางยุทธศาสตร์เพื่อการเจริญเติบโตและการพัฒนาอย่างยั่งยืนให้แน่นแฟ้นยิ่งขึ้น นอกจากนี้ ทั้งสองฝ่ายได้แสดงความยินดีต่อการจัดกิจกรรมเนื่องในโอกาส เฉลิมฉลองครบรอบ 75 ปี การสถาปนาความสัมพันธ์ทางการทูตไทย - สปป. ลาว ทั้งในด้านเศรษฐกิจ วัฒนธรรม การเมืองและความมั่นคง และการพัฒนาอย่างยั่งยืน ส่งผลให้ประชาชนของทั้งสองประเทศมีความเชื่อมโยงและใกล้ชิดกันมากยิ่งขึ้น
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຢ້ຽມອຳລາທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ.
ເມື່ອວັນທີ 30 ກັນຍາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໃນໂອກາດທີ່ຈະສິ້ນສຸດວາລະຈາກຕຳແໜ່ງ ໂດຍທັງສອງຝ່າຍໄດ້ສະແດງຄວາມຂອບໃຈສຳລັບການຮ່ວມມືທີ່ໃກ້ຊິດໃນທຸກດ້ານ ແລະ ທຸກລະດັບ ເຊິ່ງຊ່ວຍສົ່ງເສີມສາຍພົວພັນ ແລະ ມິດຕະພາບລະຫວ່າງໄທ ກັບ ສປປ ລາວ ໃນຖານປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາຢ່າງຍືນຍົງໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ສະແດງຄວາມຍິນດີຕໍ່ການຈັດກິດຈະກຳເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ຄົບຮອບ 75 ປີ ທັງດ້ານເສດຖະກິດ, ວັດທະນະທຳ, ການເມືອງ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງຍືນຍົງ ສົ່ງຜົົນໃຫ້ປະຊາຊົນທັງສອງປະເທດມີການເຊື່ອມໂຍງ ແລະ ໃກ້ຊິດກັນຫຼາຍຍິ່ງຂຶ້ນ.
รูปภาพประกอบ