เมื่อวันที่ 15 กันยายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ เข้าเยี่ยมอำลานายบุนเหลือ พันดานุวง หัวหน้าคณะพัวพันต่างประเทศศูนย์กลางพรรค เนื่องในโอกาสที่จะพ้นจากตำแหน่งในปลายเดือนกันยายน 2568 โดยทั้งสองฝ่ายได้แสดงความยินดีต่อความร่วมมือที่ใกล้ชิดระหว่างสถานเอกอัครราชทูตกับคณะพัวพันต่างประเทศศูนย์กลางพรรค สมาคมไทย-ลาว เพื่อมิตรภาพ และสมาคมลาว-ไทย เพื่อมิตรภาพ ที่ได้ส่งเสริมการแลกเปลี่ยนระหว่างประชาชน ตลอดระยะเวลาที่ผ่านมา ซึ่งในโอกาสเฉลิมฉลองครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทยกับ สปป.ลาว หน่วยงานต่าง ๆ ของทั้งสองประเทศได้ร่วมกันจัดกิจกรรมเฉลิมฉลองที่ประชาชนได้รับประโยชน์โดยตรงจำนวนมาก
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຢ້ຽມອຳລາຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ.
ເມື່ອວັນທີ 15 ກັນຍາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ເນື່ອງໃນໂອກາດທີ່ຈະສິ້ນສຸດຈາກວາລະຕຳແໜ່ງໃນທ້າຍເດືອນກັນຍາ 2025 ຊຶ່ງທັງສອງຝ່າຍ, ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືທີ່ໃກ້ຊິດລະຫວ່າງສະຖານເອກອັກຄະຣາຊະທູດ ກັບຄະນະພົວພັນຕ່າງປະເທດສູນກາງພັກ, ສະມາຄົມໄທ-ລາວ ເພື່ອມິດຕະພາບ ແລະ ສະມາຄົມລາວ-ໄທ ເພື່ອມິດຕະພາບ ທີ່ໄດ້ສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນ ຕະຫຼອດໄລຍະເວລາທີ່ຜ່ານມາ ໂດຍໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ຄົບຮອບ 75 ປີ ໜ່ວຍງານຕ່າງໆຂອງທັງສອງປະເທດ ໄດ້ຮ່ວມກັນຈັດກິດຈະກຳສະເຫຼີມສະຫຼອງທີ່ປະຊາຊົນ ໄດ້ຮັບຜົນປະໂຫຍດໂດຍກົງຈຳນວນຫຼາຍ.