วันที่นำเข้าข้อมูล 18 ก.ค. 2568
วันที่ปรับปรุงข้อมูล 21 ก.ค. 2568
ເອກອັກຄະຣາຊະທູດ, ທີມປະເທດໄທ, ຂ້າຣາຊະການສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດກິດຈະກຳຈິດອາສາບຳເພັນສາທາລະນະ ສະເຫຼີມພະກຽດພະບາດສົມເດັດພະເຈົ້າຢູ່ຫົວ ເນື່ອງໃນໂອກາດວັນສະເຫຼີມພະຊົນມະພັນສາ 28 ກໍລະກົດ 2025.
ເມື່ອວັນທີ 18 ກໍລະກົດ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ຫົວໜ້າສຳນັກງານທີມປະເທດໄທ ໄດ້ເຂົ້າພົບທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ ເພື່ອມອບງົບປະມານສະໜັບສະໜູນ ຈຳນວນ 150,000 ບາດ ໃຫ້ແກ່ອົງການກາແດງ ແຫ່ງຊາດລາວ ສຳລັບຈັດຫາອຸປະກອນ ແລະ ສິ່ງຂອງ ເພື່ອຊ່ວຍເຫຼືອຜູ້ປະສົບອຸທົກກະໄພໃນ ສປປ ລາວ ໂດຍມີຂ້າຣາຊະການສະຖານເອກອັກຄະຣາຊະທູດ ແລະ ທີມປະເທດໄທ ເຂົ້າຮ່ວມກິດຈະກຳຈິດອາສາບຳເພັນສາທາລະນະ ສະເຫຼີມພະກຽດພະບາດສົມເດັດພະເຈົ້າຢູ່ຫົວ ເນື່ອງໃນໂອກາດວັນສະເຫຼີມພະຊົນມະພັນສາ 28 ກໍລະກົດ 2025 ຢ່າງພ້ອມພຽງກັນ.
ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ ໄດ້ກ່າວສະແດງຄວາມຂອບໃຈສະຖານເອກອັກຄະຣາຊະທູດ ແລະ ໜ່ວຍງານທີມປະເທດໄທ ທີ່ໄດ້ຮ່ວມຈັດກິດຈະກຳຈິດອາສາໃນຄັ້ງນີ້ ໂດຍຈະນຳງົບປະມານສະໜັບສະໜູນດັ່ງກ່າວໄປຈັດຫາອຸປະກອນ ແລະ ສິ່ງຂອງຈຳເປັນ ເພື່ອຊ່ວຍເຫຼືອກຸ່ມທີ່ອ່ອນໄຫວທີ່ປະສົບອຸທົກກະໄພໃນ ສປປ ລາວ. ກິດຈະກຳຈິດອາສາໃນຄັ້ງນີ້ ເປັນການສະໜັບສະໜູນພາລະກິດສຳຄັນຂອງອົງການກາແດງ ແຫ່ງຊາດລາວ ໃນການໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ປະຊາຊົນລາວ.
รูปภาพประกอบ