โครงการสานสัมพันธ์ศิลปวัฒนธรรมลุ่มน้ำโขง กิจกรรมแลกเปลี่ยนศิลปะการแสดงหมอลำ ดนตรี และนาฏศิลป์พื้นบ้าน

วันที่นำเข้าข้อมูล 26 ส.ค. 2569

วันที่ปรับปรุงข้อมูล 26 ส.ค. 2569

| 21 view
เมื่อวันที่ 22 สิงหาคม 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ เป็นประธานกล่าวเปิดโครงการสานสัมพันธ์ศิลปวัฒนธรรมลุ่มน้ำโขง: กิจกรรมแลกเปลี่ยนศิลปะการแสดงหมอลำ ดนตรี และนาฏศิลป์พื้นบ้าน (ไทย - สปป.ลาว) ประจำปี 2569 ณ กองศิลปากรแห่งชาติ สปป.ลาว โดยมีท่านนางจำพอน วงสา หัวหน้ากรมวัฒนธรรมและศิลปะการแสดง กระทรวงวัฒนธรรมและการท่องเที่ยว สปป.ลาว ร่วมเป็นประธานฝ่าย สปป.ลาว
ศูนย์ศิลปวัฒนธรรม มหาวิทยาลัยขอนแก่น ได้ร่วมกับกองศิลปากรแห่งชาติ สปป.ลาว และภาคีเครือข่ายทางวัฒนธรรมจัดโครงการดังกล่าวขึ้นเพื่อส่งเสริมความร่วมมือด้านศิลปวัฒนธรรม อนุรักษ์และสืบสานศิลปะการแสดงพื้นบ้าน ตลอดจนเสริมสร้างเครือข่ายความร่วมมือทางวัฒนธรรมระหว่างประเทศไทยและ สปป.ลาว โดยศิลปินและนักแสดงจากทั้งสองประเทศได้ร่วมกันนำเสนอการแสดงหมอลำ ดนตรี และนาฏศิลป์พื้นบ้าน เพื่อถ่ายทอดอัตลักษณ์และความหลากหลายทางวัฒนธรรมของแต่ละท้องถิ่น พร้อมทั้งแลกเปลี่ยนเรียนรู้ผ่านศิลปะการแสดง ซึ่งมีส่วนช่วยเสริมสร้างความเข้าใจและความใกล้ชิดระหว่างประชาชนไทยและลาว
 
ໃນວັນທີ 22 ສິງຫາ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນປະທານກ່າວເປີດງານໂຄງການສາຍສຳພັນສິລະປະວັດທະນະທຳລຸ່ມນ້ຳຂອງ ກິດຈະກຳແລກປ່ຽນສິລະປະການະແດງໝໍລຳ, ດົນຕີ ແລະ ການຟ້ອນພື້ນບ້ານ (ໄທ - ສປປ ລາວ) ປະຈຳປີ 2026 ທີ່ກອງສິລະປະກອນ ແຫ່ງຊາດລາວ. ໂດຍມີທ່ານນາງ ຈຳພອນ ວົງສາ ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ສປປ ລາວ ເຂົ້າຮ່ວມເປັນປະທານຝ່າຍລາວ.
 
ສູນສິລະປະວັດທະນະທຳ, ມະຫາວິທະຍາໄລຂອນແກ່ນ ໄດ້ຮ່ວມກັບກອງສິລະປະກອນ ແຫ່ງລາວ ແລະ ພາຄີເຄືອຂ່າຍທາງວັດທະນະທຳ ຈັດໂຄງການດັ່ງກ່າວຂຶ້ນ ເພື່ອສົ່ງເສີມການຮ່ວມມືດ້ານສິລະປະວັດທະນະທຳ, ການອະນຸລັກ ແລະ ສືບສານສິລະປະການສະແດງພື້ນບ້ານ ລວມເຖິງການເສີມສ້າງເຄືອຂ່າຍການຮ່ວມມືດ້ານວັດທະນະທຳ ລະຫວ່າງປະເທດໄທ ກັບ ສປປ ລາວ. ໂດຍສິລະປິນ ແລະ ນັກສະແດງຈາກທັງສອງປະເທດ ໄດ້ຮ່ວມກັນນຳສະເໜີການສະແດງໝໍລຳ, ດົນຕີ ແລະ ການຟ້ອນພື້ນບ້ານ ເພື່ອຖ່າຍທອດເອກະລັກ ແລະ ຄວາມຫຼາກຫຼາຍທາງວັດທະນະທຳຂອງແຕ່ລະທ້ອງຖິ່ນ ພ້ອມທັງແລກປ່ຽນຮຽນຮູ້ຜ່ານສິລະປະການສະແດງ ເຊິ່ງມີສ່ວນສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໃກ້ຊິດລະຫວ່າງປະຊາຊົນໄທ ແລະ ລາວ.

รูปภาพประกอบ

รูปภาพประกอบ