โครงการแลกเปลี่ยนการเรียนรู้สำหรับผู้พิการทางการได้ยินระหว่างไทยกับ สปป.ลาว
วันที่นำเข้าข้อมูล 22 ก.ค. 2569
วันที่ปรับปรุงข้อมูล 22 ก.ค. 2569
| 19 view
เมื่อวันที่ 15 กรกฎาคม 2569 นางโสพาพอน เฮืองลิด ผู้อำนวยการศูนย์มือแห่งความหวัง สปป.ลาว พร้อมคณะ ได้เข้าพบนางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ เพื่อแสดงความขอบคุณสถานเอกอัครราชทูต ณ เวียงจันทน์ ที่ให้การสนับสนุนงบประมาณค่าตั๋วรถไฟเส้นทางเวียงจันทน์–กรุงเทพฯ–เวียงจันทน์ สำหรับคณะครูและนักเรียน จำนวน 32 คน จากศูนย์มือแห่งความหวัง โรงเรียนมือแห่งความหวัง โรงเรียนศึกษาพิเศษนครหลวงเวียงจันทน์ และโรงเรียนสาธิตสำหรับคนหูหนวก เพื่อเข้าร่วมโครงการแลกเปลี่ยนการเรียนรู้สำหรับผู้พิการทางการได้ยินระหว่างประเทศไทยกับ สปป.ลาว ณ ประเทศไทย ระหว่างวันที่ 6–11 กรกฎาคม 2569
ตลอดระยะเวลา 5 วันของการศึกษาดูงาน คณะครูและนักเรียนได้เข้าเยี่ยมชมการจัดการเรียนการสอนสำหรับผู้พิการทางการได้ยิน ณ โรงเรียนเศรษฐเสถียร ในพระราชูปถัมภ์ โดยได้เรียนรู้ทั้งด้านการจัดการศึกษาและการพัฒนาทักษะอาชีพ อาทิ งานศิลปะ การทำขนม และการใช้คอมพิวเตอร์ เพื่อส่งเสริมศักยภาพและการประกอบอาชีพของผู้พิการทางการได้ยิน
นอกจากนี้ คณะยังได้เข้าศึกษาดูงานกระบวนการผลิตรายการโทรทัศน์ ณ สถานีวิทยุโทรทัศน์ไทยทีวีสีช่อง 3 โดยได้เข้าร่วมชมการถ่ายทำรายการ “ข่าวเที่ยงวันทันเหตุการณ์” และเรียนรู้บทบาทการปฏิบัติงานของล่ามภาษามือในการสื่อสารผ่านสื่อโทรทัศน์ ซึ่งนับเป็นประสบการณ์ที่ช่วยเปิดมุมมองด้านการสื่อสารและการเข้าถึงข้อมูลข่าวสารของผู้พิการทางการได้ยิน
การศึกษาดูงานครั้งนี้นับเป็นโอกาสสำคัญที่ช่วยให้คณะครูและนักเรียนได้รับองค์ความรู้ ประสบการณ์ และแนวปฏิบัติที่สามารถนำไปประยุกต์ใช้ในการพัฒนาการเรียนการสอนสำหรับผู้พิการทางการได้ยินใน สปป. ลาว ให้มีประสิทธิภาพยิ่งขึ้น อีกทั้งยังช่วยเสริมสร้างความมั่นใจและแรงบันดาลใจให้แก่นักเรียนในการพัฒนาศักยภาพของตนเอง พร้อมทั้งมองเห็นโอกาสในการศึกษาต่อและการประกอบอาชีพในอนาคต ตลอดจนสะท้อนให้เห็นถึงความสำคัญของการสร้างสังคมที่เปิดโอกาสให้ผู้พิการทางการได้ยินสามารถมีส่วนร่วมและใช้ศักยภาพของตนได้อย่างเต็มที่
ໂຄງການແລກປ່ຽນການຮຽນຮູ້ສຳລັບຜູ້ພິການທາງການໄດ້ຍິນ ລະຫວ່າງໄທ ກັບ ສປປ ລາວ.
ໃນວັນທີ 15 ກໍລະກົດ 2026 ທ່ານນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນມືແຫ່ງຄວາມຫວັງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເພື່ອສະແດງຄວາມຂອບໃຈສະຖານເອກອັກຄະຣາຊະທູດ ທີ່ໃຫ້ການສະໜັບສະໜູນງົບປະມານຄ່າປີ້ລົດໄຟເສັ້ນທາງນະຄອນຫຼວງວຽງຈັນ - ກຸງເທບ - ນະຄອນຫຼວງວຽງຈັນ ສຳລັບຄະນະຄູ ແລະ ນັກຮຽນ ຈຳນວນ 32 ຄົນ ຈາກສູນມືແຫ່ງຄວາມຫວັງ, ໂຮງຮຽນມືແຫ່ງຄວາມຫວັງ, ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ ແລະ ໂຮງຮຽນສາທິດສຳລັບຄົນຫູໜວກ ເພື່ອເຂົ້າຮ່ວມໂຄງການແລກປ່ຽນການຮຽນຮູ້ສຳລັບຜູ້ພິການທາງການໄດ້ຍິນ ລະຫວ່າງໄທ ກັບ ສປປ ລາວ ທີ່ປະເທດໄທ ລະຫວ່າງວັນທີ 6-11 ກໍລະກົດ 2026.
ຕະຫຼອດຊ່ວງໄລຍະເວລາ 5 ມື້ຂອງການສຶກສາເບິ່ງວຽກງານ ຄະນະຄູ ແລະ ນັກຮຽນ ໄດ້ເຂົ້າຢ້ຽມຊົມການຈັດການຮຽນການສອນສຳລັບຜູ້ພິການທາງການໄດ້ຍິນ ທີ່ໂຮງຮຽນເສດສະຖຽນ ໃນພະບໍຣົມຣາດຊູປະຖຳ ໂດຍໄດ້ຮຽນຮູ້ທັງດ້ານການຈັດການສຶກສາ ແລະ ການພັດທະນາທັກສະອາຊີບ ເຊັ່ນ: ງານສິລະປະ, ການເຮັດເຂົ້າໜົມ ແລະ ການໃຊ້ຄອມພິວເຕີ ເພື່ອສົ່ງເສີມສັກກາຍະພາບ ແລະ ການປະກອບອາຊີບຂອງຜູ້ພິການທາງການໄດ້ຍິນ.
ນອກຈາກນີ້, ຄະນະຍັງໄດ້ເຂົ້າສຶກສາເບິ່ງວຽກງານຂະບວນການຜະລິດລາຍການໂທລະພາບ ທີ່ສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3 ໂດຍໄດ້ເຂົ້າຮ່ວມຊົມການຖ່າຍທຳລາຍການ “ຂ່າວທ່ຽງວັນທັນເຫດການ” ແລະ ຮຽນຮູ້ບົດບາດການປະຕິບັດວຽກງານຂອງລ່າມພາສາມືໃນການສືື່ສານຜ່ານສື່ໂທລະພາບ ເຊິ່ງຖືວ່າເປັນປະສົບການທີ່ຊ່ວຍເປີດມູມມອງດ້ານການສື່ສານ ແລະ ການເຂົ້າເຖິງຂໍ້ມູນຂ່າວສານຂອງຜູ້ພິການທາງການໄດ້ຍິນ.
ການສຶກສາເບິ່ງວຽກງານໃນຄັ້ງນີ້, ຖືເປັນໂອກາດສຳຄັນທີ່ຊ່ວຍໃຫ້ຄະນະຄູ ແລະ ນັກຮຽນໄດ້ຮັບຄວາມຮູ້ປະສົບການ ແລະ ແນວທາງປະຕິບັດທີ່ສາມາດນຳໄປປະຍຸກໃຊ້ໃນການພັດທະນາການຮຽນການສອນສຳລັບຜູ້ພິການທາງການໄດ້ຍິນໃນ ສປປ ລາວ ໃຫ້ມີປະສິດທິພາບຍິ່ງຂຶ້ນ ພ້ອມທັງຊ່ວຍສົ່ງເສີມຄວາມໝັ້ນໃຈ ແລະ ແຮງບັນດານໃຈໃຫ້ແກ່ນັກຮຽນໃນການພັດທະນາສັກກາຍະພາບຂອງຕົນເອງ ເຊິ່ງແນມເຫັນໂອກາດໃນການສຶກສາຕໍ່ ແລະ ການປະກອບອາຊີບໃນອະນາຄົດ, ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງສັງຄົມທີ່ເປີດໂອກາດໃຫ້ຜູ້ພິການທາງການໄດ້ຍິນສາມາດມີສ່ວນຮ່ວມ ແລະ ໃຊ້ສັກກາຍະພາບຂອງຕົນໄດ້ຢ່າງເຕັມທີ່.
รูปภาพประกอบ
รูปภาพประกอบTOP
สถานเอกอัครราชทูต ณ เวียงจันทน์
Royal Thai Embassy, Vientiane Lao PDR
Royal Thai Embassy, Vientiane Lao PDR
ถนนไกสอน พมวิหาน บ้านสีบุนเฮือง เมืองจันทะบูลี นครหลวงเวียงจันทน์
(+856-21) 214581-3
Email [email protected]