สถานเอกอัครราชทูต ณ เวียงจันทน์ ร่วมกับบริษัทคำม่วนซีเมนต์ จำกัด สนับสนุนศูนย์กลางซาวหนุ่มประชาชนปฏิวัติลาว ซ่อมบูรณะอาคารเรียนของโรงเรียนประถมท่งนามี แขวงบอลิคำไซ รวมมูลค่า 450,000 บาท

วันที่นำเข้าข้อมูล 10 ก.ย. 2569

วันที่ปรับปรุงข้อมูล 10 ก.ย. 2569

| 23 view

เมื่อวันที่ 9 กันยายน 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ พร้อมด้วย  นายสำเร็จ เรืองฤทธิ์ กรรมการผู้จัดการ บริษัทคำม่วนซีเมนต์ จำกัด และคณะ เข้าพบนายทองลี สีสุลิด เลขาคณะบริหารงานศูนย์กลางซาวหนุ่มประชาชนปฏิวัติลาว เพื่อมอบงบประมาณและวัสดุก่อสร้างมูลค่ารวม 450,000 บาท ให้แก่ศูนย์กลางซาวหนุ่มประชาชนปฏิวัติลาวเพื่อสนับสนุนการซ่อมบูรณะอาคารเรียนโรงเรียนประถมท่งนามี เมืองปากกะดิ่ง แขวงบอลิคำไซ ซึ่งเป็นโรงเรียนที่มีนักเรียนประถมมากกว่า 1,054 คน และตั้งอยู่บริเวณพื้นที่ชายแดนไทย - สปป.ลาว โดยสถานเอกอัครราชทูต ณ เวียงจันทน์ สนับสนุนวัสดุก่อสร้างมูลค่า 350,000 บาท และบริษัทคำม่วนซีเมนต์ จำกัด สนับสนุนงบประมาณมูลค่า 100,000 บาท ทั้งนี้ การบูรณะอาคารเรียนดังกล่าวจะจะมีส่วนช่วยยกระดับคุณภาพการเรียนการสอนและส่งเสริมการพัฒนาทรัพยากรมนุษย์ของ สปป.ลาว อย่างยั่งยืนต่อไป

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຮ່ວມກັບບໍລິສັດ ຄຳມ່ວນຊີເມັນ ຈຳກັດ ສະໜັບສະໜູນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສ້ອມແປງ ແລະ ປັບປຸງອາຄານໂຮງຮຽນປະຖົມທົ່ງນາມີ ແຂວງບໍລິຄຳໄຊ ລວມມູນຄ່າ 450,000 ບາດ.

ໃນວັນທີ 9 ກັນຍາ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍທ່ານ ສຳເລັດ ເຮືອງລິດ ກຳມະການຜູ້ຈັດການບໍລິສັດ ຄຳມ່ວນຊີເມັນ ຈຳກັດ ແລະ ຄະນະ ເຂົ້າພົບທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອມອບງົບປະມານ ແລະ ວັດສະດຸກໍ່ສ້າງ ລວມມູນຄ່າ 450,000 ບາດ. ໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສະໜັບສະໜູນສູນການສ້ອມແປງ ແລະ ປັບປຸງອາຄານໂຮງຮຽນປະຖົມທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ເຊິ່ງເປັນໂຮງຮຽນທີ່ມີນັກຮຽນປະຖົມຫຼາຍກວ່າ 1,054 ຄົນ ແລະ ຕັ້ງຢູ່ບໍລິເວນຊາແດນໄທ - ສປປ ລາວ ໂດຍສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະໜັບສະໜູນວັດສະດຸກໍ່ສ້າງ ມູນຄ່າ 350,000 ບາດ ແລະ ບໍລິສັດ ຄຳມ່ວນຊີເມັນ ຈຳກັດ ສະໜັບສະໜູນສູນງົບປະມານມູນຄ່າ 100,000 ບາດ. ການສ້ອມແປງ ແລະ ປັບປຸງອາຄານຮຽນດັ່ງກ່າວ, ຈະມີສ່ວນຊ່ວຍຍົກລະດັບຄຸນນະພາບການຮຽນການສອນ ແລະ ສົ່ງເສີມການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຢ່າງຍືນຍົງຕໍ່ໄປ.

 

รูปภาพประกอบ

รูปภาพประกอบ