เอกอัครราชทูต ณ เวียงจันทน์ เข้าเยี่ยมอำลารัฐมนตรีกระทรวงอุตสาหกรรมและการค้า สปป. ลาว

เอกอัครราชทูต ณ เวียงจันทน์ เข้าเยี่ยมอำลารัฐมนตรีกระทรวงอุตสาหกรรมและการค้า สปป. ลาว

วันที่นำเข้าข้อมูล 29 ก.ย. 2568

วันที่ปรับปรุงข้อมูล 29 ก.ย. 2568

| 11 view
 
นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ เข้าเยี่ยมอำลานายมะไลทอง กมมะสิด รัฐมนตรีกระทรวงอุตสาหกรรมและการค้า ในโอกาสพ้นจากหน้าที่ในช่วงปลายเดือน ก.ย. 68 สองฝ่ายแลกเปลี่ยนข้อคิดเห็นเรื่องการส่งเสริมความร่วมมือด้านเศรษฐกิจ การส่งเสริมผู้ประกอบการ การพัฒนาธุรกิจ SMEs และวิสาหกิจชุมชนที่ยั่งยืน ความร่วมมือด้านพลังงาน พัฒนาการเรื่องการขุดค้นแร่ธาตุ ตลอดจนการคุ้มครองดูแลและอำนวยความสะดวกแก่ภาคธุรกิจเอกชนไทยใน สปป. ลาว
ในโอกาสนี้ ออท. ขอบคุณนายมะไลทองฯ ที่ได้สนับสนุนกิจกรรมและภารกิจของ สอท. อย่างต่อเนื่อง โดยเฉพาะการจัดกิจกรรมเฉลิมฉลองการสถาปนาความสัมพันธ์ทางการทูตไทย-สปป. ลาว ครบรอบ 75 ปี และการให้เกียรติเข้าร่วมเป็นประธานงานเสวนาวิชาการด้านเศรษฐกิจที่เป็นกิจกรรมสำคัญ ถึง 3 จาก 4 ครั้ง ที่ สอท. จัดร่วมกับหน่วยงานที่เกี่ยวข้อง สะท้อนถึงความใกล้ชิดระหว่างหน่วยงานและความสัมพันธ์ที่แน่นแฟ้นของสองประเทศ
 
ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອໍາລາ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ
 
ທ່ານນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ມາໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອອໍາລາໃນໂອກາດທີ່ຈະໝົດໜ້າທີ່ໃນທ້າຍເດືອນກັນຍາ 2025 ນີ້.
ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການສົ່ງເສີມຜູ້ປະກອບການ, ການພັດທະນາທຸລະກິດ SMEs ແລະ ວິສາຫະກິດຊຸມຊົນແບບຍືນຍົງ, ການຮ່ວມມືດ້ານພະລັງງານ, ການພັດທະນາການຂຸດຄົ້ນແຮ່ທາດ, ຕະຫຼອດຈົນການຄຸ້ມຄອງເບິ່ງແຍງພາກທຸລະກິດ - ເອກະຊົນໄທໃນ ສປປ ລາວ.
ໃນໂອກາດນີ້, ທ່ານເອກອັກຄະຣາຊະທູດ ໄດ້ກ່າວຂອບໃຈຕໍ່ທ່ານ ມາໄລທອງ ກົມມະສິດ ທີ່ໄດ້ໃຫ້ການ
ສະໜັບສະໜູນກິດຈະກຳ ແລະ ພາລະກິດຂອງສະຖານເອກອັກຄະຣາຊະທູດ ຢ່າງຕໍ່ເນື່ອງໃນການຈັດກິດຈະກຳສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ໄທ - ສປປ ລາວ ຄົບຮອບ 75 ປີ, ໂດຍສະເພາະການເຂົ້າຮ່ວມເປັນປະທານໃນງານສໍາມະນາວິຊາການດ້ານເສດຖະກິດເຊິ່ງເປັນກິດຈະກໍາສໍາຄັນເຖິງ 3 ໃນ 4 ຄັ້ງ ທີ່ສະຖານເອກອັກຄະຣາຊະທູດໄດ້ຈັດຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມໃກ້ຊິດລະຫວ່າງໜ່ວຍງານ ແລະ ສາຍພົວພັນທີ່ຮັດແໜ້ນຂອງສອງປະເທດ.
 
 

รูปภาพประกอบ

รูปภาพประกอบ