เอกอัครราชทูต ณ เวียงจันทน์ ต้อนรับพลโทอดุลย์ บุญธรรมเจริญ รัฐมนตรีว่าการกระทรวงกลาโหม และเข้าร่วมการประชุมคณะกรรมการร่วมมือรักษาความสงบเรียบร้อยตามแนวชายแดนทั่วไป (GBC) ไทย - ลาว ครั้งที่ ๓๐
วันที่นำเข้าข้อมูล 11 ก.ย. 2569
วันที่ปรับปรุงข้อมูล 11 ก.ย. 2569
| 26 view
ระหว่างวันที่ 9 - 10 กันยายน 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ต้อนรับ พลโทอดุลย์ บุญธรรมเจริญ รัฐมนตรีว่าการกระทรวงกลาโหม ซึ่งได้เดินทางเยือน สปป.ลาวอย่างเป็นทางการเพื่อเข้าร่วมการประชุมคณะกรรมการร่วมมือรักษาความสงบเรียบร้อยตามแนวชายแดนทั่วไป (GBC) ไทย - ลาว ครั้งที่ ๓๐ ซึ่งฝ่ายลาวเป็นเจ้าภาพ โดยในที่ประชุมฯ ทั้งสองฝ่ายได้เสนอให้เพิ่มความร่วมมือในการแก้ไขปัญหาความมั่นคงบริเวณชายแดนในประเด็นสำคัญ ได้แก่ การแก้ไขปัญหายาเสพติดตามกรอบแนวทางการยกระดับความร่วมมือเชิงรุกในการแก้ไขปัญหายาเสพติดตามชายแดนไทย - ลาว การจัดระเบียบเรือและการเดินเรือในแม่น้ำโขง ตลอดจนความร่วมมือในการแก้ไขปัญหาไฟป่าและหมอกควันข้ามแดน และปัญหาอาชญากรรมทางเทคโนโลยี
การเยือนในครั้งนี้เป็นการเน้นย้ำความสัมพันธ์ที่แนบแน่นในทุกระดับระหว่างไทย - ลาว โดยเฉพาะอย่างยิ่ง ในด้านการเมืองและความมั่นคง โดยในปี 2569 นี้ ได้มีการแลกเปลี่ยนการเยือนทางการทหารระดับสูงบ่อยครั้ง อาทิ การเยือน สปป.ลาว อย่างเป็นทางการของ พลเอก พนา แคล้วปลอดทุกข์ ผู้บัญชาการทหารบก เมื่อเดือนกุมภาพันธ์ 2569 การเยือนประเทศไทยอย่างเป็นทางการของ พลโท สายใจ กมมะสิด รองรัฐมนตรีกระทรวงป้องกันความสงบ หัวหน้ากรมใหญ่เสนาธิการกองทัพประชาชนลาว เมื่อเดือนเมษายน 2569 และการเยือน สปป.ลาว อย่างเป็นทางการของ พลเอกอุกฤษฎ์ บุญตานนท์ ผู้บัญชาการทหารสูงสุด เมื่อเดือนมิถุนายน 2569
ທ່ານ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນໂທ ອະດຸນ ບຸນທໍາຈະລີນ ລັດຖະມົນຕີວ່າການກະຊວງກະລາໂຫມ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ (GBC) ໄທ-ລາວ ຄັ້ງທີ 30
ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ນາງ ຄຣອງຂະນິດຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນໂທ ອະດຸນ ບຸນທຳຈະເລີນ ລັດຖະມົນຕີວ່າການກະຊວງກະລາໂຫມ ຊຶ່ງໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ (GBC) ໄທ-ລາວ ຄັ້ງທີ 30 ຊຶ່ງຝ່າຍລາວເປັນເຈົ້າພາບ. ໃນກອງປະຊຸມດັ່ງກ່າວ ທັງສອງຝ່າຍໄດ້ສະເໜີໃຫ້ເພີ່ມທະວີຄວາມຮ່ວມມືໃນການແກ້ໄຂບັນຫາຄວາມໝັ້ນຄົງບໍລິເວນຊາຍແດນໃນປະເດັນສໍາຄັນຕ່າງໆ ເຊັ່ນ: ການແກ້ໄຂບັນຫາຢາເສບຕິດຕາມຂອບແນວທາງການຍົກລະດັບຄວາມຮ່ວມມື ໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄທ-ລາວ, ການຈັດລະບຽບເຮືອ ແລະ ການເດີນເຮືອໃນແມ່ນ້ຳຂອງ ລວມທັງຄວາມຮ່ວມມືໃນການແກ້ໄຂບັນຫາໄຟປ່າ, ໝອກຄວັນຂ້າມແດນ ແລະ ບັນຫາອາຊະຍາກໍາທາງເຕັກໂນໂລຊີ.
ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ເປັນການຊີ້ໃຫ້ເຫັນເຖິງ ຄວາມສໍາພັນອັນແໜ້ນແຟ້ນໃນທຸກລະດັບລະຫວ່າງໄທ-ລາວ ໂດຍສະເພາະຢ່າງຍິ່ງໃນດ້ານການເມືອງ ແລະ ຄວາມໝັ້ນຄົງ. ໃນປີ 2026 ນີ້, ໄດ້ມີການແລກປ່ຽນການໄປຢ້ຽມຢາມທາງທະຫານໃນລະດັບສູງຢູ່ເລື້ອຍໆ ເຊັ່ນ: ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ພົນເອກ ພະນາ ແຄ້ວປອດທຸກ ຜູ້ບັນຊາການທະຫານບົກ ໃນເດືອນກຸມພາ 2026; ການໄປຢ້ຽມຢາມປະເທດໄທຢ່າງເປັນທາງການຂອງ ພົນໂທ ສາຍໃຈ ກົົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃນເດືອນເມສາ 2026 ແລະ ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ພົນເອກ ອຸກິດ ບຸນຕານົນ ຜູ້ບັນຊາການທະຫານສູງສຸດ ໃນເດືອນມິຖຸນາ 2026.
รูปภาพประกอบ
รูปภาพประกอบTOP
สถานเอกอัครราชทูต ณ เวียงจันทน์
Royal Thai Embassy, Vientiane Lao PDR
Royal Thai Embassy, Vientiane Lao PDR
ถนนไกสอน พมวิหาน บ้านสีบุนเฮือง เมืองจันทะบูลี นครหลวงเวียงจันทน์
(+856-21) 214581-3
Email [email protected]