เมื่อวันที่ 21 เมษายน 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ เข้าเยี่ยมคารวะนายมะไลทอง กมมะสิด รัฐมนตรีกระทรวงอุตสาหกรรมและการค้า สปป.ลาว เพื่อแนะนำตัวในโอกาสเข้ารับตำแหน่ง ทั้งสองฝ่ายได้เน้นย้ำความพร้อมในการส่งเสริมความร่วมมือระหว่างไทยกับ สปป.ลาว ในด้านการค้าการลงทุน โดยเฉพาะอย่างยิ่งในด้านการค้าเพื่อบรรลุเป้าหมายการค้าทวิภาคีจำนวน 11,000 ล้านดอลลาร์สหรัฐ ภายในปี 2570 นอกจากนี้ ทั้งสองฝ่ายได้หารือเกี่ยวกับแนวทางการผลักดันความร่วมมือด้านพลังงานเพื่อเสริมสร้างความมั่นคงทางพลังงานใน สปป.ลาว เพื่อผลประโยชน์ร่วมกันในฐานะหุ้นส่วนยุทศาสตร์เพื่อการเจริญเติบโตและพัฒนาอย่างยั่งยืน
ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ
ເມື່ອວັນທີ 21 ເມສາ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ເພື່ອແນະນຳຕົວໃນໂອກາດເຂົ້າຮັບຕຳແໜ່ງ. ທັງສອງຝ່າຍໄດ້ເນັ້ນຍ້ຳຄວາມພ້ອມໃນການສົ່ງເສີມການຮ່ວມມືລະຫວ່າງໄທ ແລະ ສປປ ລາວ ໃນດ້ານການຄ້າ ແລະ ການລົງທຶນ ໂດຍສະເພາະໃນດ້ານການຄ້າ ເພື່ອບັນລຸເປົ້າໝາຍມູນຄ່າການຄ້າສອງຝ່າຍ 11,000 ລ້ານໂດລາສະຫະລັດ ພາຍໃນປີ 2027. ນອກຈາກນີ້ ທັງສອງຝ່າຍຍັງໄດ້ຫາລືກ່ຽວກັບແນວທາງໃນການຊຸກຍູ້ການຮ່ວມມືດ້ານພະລັງງານ ເພື່ອເສີມສ້າງຄວາມມັ້ນຄົງທາງພະລັງງານໃນ ສປປ ລາວ ເພື່ອຜົນປະໂຫຍດຮ່ວມກັນ ໃນຖານະເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.