เมื่อวันที่ 12 กันยายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมอำลา พล.อ. วิไล หล้าคำฟอง รองนายกรัฐมนตรีและรัฐมนตรีกระทรวงป้องกันความสงบ สปป.ลาว เนื่องในโอกาสจะพ้นจากตำแหน่งในปลายเดือนกันยายน 2568 ทั้งสองฝ่ายได้แสดงความยินดีต่อความร่วมมือที่ใกล้ชิดระหว่างสถานเอกอัครราชทูตฯ กับกระทรวงป้องกันความสงบตลอดระยะเวลาที่ผ่านมา โดยเฉพาะกิจกรรมเพื่อเฉลิมฉลองครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทยกับ สปป.ลาว ในปี 2568 ได้แก่ การสนับสนุนการก่อสร้างและจัดซื้อเครื่องมืออุปกรณ์ให้ศูนย์การเรียนรู้ด้านการเกษตรของสหกรณ์กาแฟวันใหม่ แขวงหัวพัน การสนับสนุนเครื่องปั่นไฟฟ้าและงบประมาณปรับปรุงจุดรับซื้อใบชาและโกดังเก็บชาของสหกรณ์ผู้ผลิตชาเมืองเมิง แขวงบ่อแก้ว การร่วมสนับสนุนงบประมาณการจัดประกวดแข่งขันร้องเพลง แต่งกลอน ละครสั้น ภายใต้หัวข้อ “ผลร้ายและพิษภัยอันตรายของยาเสพติด” การส่งมอบหอคอยเฝ้าระวังการลักลอบขนส่งยาเสพติด ณ เมืองปากทา แขวงบ่อแก้ว และการสนับสนุนการจัดทำสื่อประชาสัมพันธ์เกี่ยวกับกฎหมายด้านยาเสพติด นอกจากนี้ ทั้งสองฝ่ายได้แลกเปลี่ยนข้อคิดเห็นเกี่ยวกับการปราบปรามอาชญากรรมข้ามชาติ โดยเฉพาะปัญหาการฟอกเงิน การค้ามนุษย์ และอาชญากรรมทางเทคโนโลยี
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.
ເມື່ອວັນທີ 12 ກັນຍາ 2025 ທ່ານນາງ ມໍຣະກົດ ສິສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມອຳລາ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເນື່ອງໃນໂອກາດທີ່ຈະສິ້ນສຸດວາລະຕຳແໜ່ງໃນທ້າຍເດືອນກັນຍາ 2025. ໂດຍທັງສອງຝ່າຍ, ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືທີ່ໃກ້ຊິດລະຫວ່າງສະຖານເອກອັກຄະຣາຊະທູດ ກັບກະຊວງປ້ອງກັນຄວາມສະຫງົບ ຕະຫຼອດຊ່ວງໄລຍະເວລາທີ່ຜ່ານມາ ໂດຍສະເພາະພາລະກິດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ຄົບຮອບ 75 ປີ. ໃນປີ 2025 ໄດ້ແກ່: ການສະໜັບສະໜູນການກໍ່ສ້າງ ແລະ ຈັດຊື້ເຄື່ອງມືອຸປະກອນໃຫ້ແກ່ສູນການຮຽນຮູ້ດ້ານການກະເສດຂອງສະຫະກອນກາເຟວັນໃໝ່ ແຂວງຫົວພັນ, ການສະໜັບສະໜູນເຄື່ອງປັ່ນໄຟຟ້າ ແລະ ງົບປະມານປັບປຸງຈຸດຮັບຊື້ໃບຊາ ແລະ ໂຮງເກັບໃບຊາຂອງສະຫະກອນຜູ້ຜະລິດຊາ ເມືອງເມິງ ແຂວງບໍ່ແກ້ວ, ການຮ່ວມສະໜັບສະໜູນງົບປະມານການຈັດປະກວດແຂ່ງຂັນຮ້ອງເພັງ, ແຕ່ງກອນ, ຮູບເງົາສັ້ນ, ພາຍໃຕ້ຫົວຂໍ້: "ຜົນຮ້າຍ ແລະ ພິດໄພອັນຕະລາຍຂອງຢາເສບຕິດ" ການສົ່ງມອບຫໍຄອຍເຝົ້າລະວັງການລັກລອບຂົນສົ່ງຢາເສບຕິດທີ່ເມືອງປາກທາ, ແຂວງບໍ່ແກ້ວ ແລະ ການສະໜັບສະໜູນການຈັດທຳສື່ປະຊາສຳພັນກ່ຽວກັບກົດໝາຍດ້ານຢາເສບຕິດ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການປາບປາມອາດຊະຍາກຳຂ້າມຊາດ ໂດຍສະເພາະປັນຫາການຟອກເງິນ, ການຄ້າມະນຸດ ແລະ ອາດຊະຍາກຳທາງເຕັກໂນໂລຊີ.