วันที่นำเข้าข้อมูล 29 ก.ย. 2568
วันที่ปรับปรุงข้อมูล 29 ก.ย. 2568
เมื่อวันที่ 19 กันยายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ เข้าเยี่ยมอำลานายสะเหลิมไซ กมมะสิด รองนายกรัฐมนตรี สปป.ลาว เนื่องในโอกาสที่จะพ้นจากตำแหน่งในปลายเดือนกันยายน 2568 โดยทั้งสองฝ่ายได้แสดงความยินดีในโอกาสครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทยกับ สปป.ลาว ซึ่งได้สร้างประโยชน์ที่แท้จริงแก่ประชาชน โดยเฉพาะการสนับสนุนการก่อสร้างและเครื่องมืออุปกรณ์ให้ศูนย์การเรียนรู้ด้านการเกษตรของสหกรณ์กาแฟวันใหม่ ทั้งนี้ เอกอัครราชทูตฯ ได้แสดงความขอบคุณรัฐบาล สปป.ลาว และนายสะเหลิมไซฯ ที่สนับสนุนภารกิจต่าง ๆ ของสถานเอกอัครราชทูตฯ ตลอดมา โดยทั้งสองฝ่ายได้แลกเปลี่ยนข้อคิดเห็นเกี่ยวกับประเด็นเศรษฐกิจ การค้า การลงทุน การปราบปรามอาชญากรรมทางเทคโนโลยีและความคืบหน้าการดำเนินการเพื่อแก้ไขปัญหาการฟอกเงินของ สปป.ลาว
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ສປປ ລາວ
ເມື່ອວັນທີ 19 ກັນຍາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ສປປ ລາວ ເນື່ອງໃນໂອກາດທີ່ຈະສິ້ນສຸດຈາກວາລະຕຳແໜ່ງໃນທ້າຍເດືອນກັນຍາ 2025. ໂດຍທັງສອງຝ່າຍ, ໄດ້ສະແດງຄວາມຍິນດີໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ຄົບຮອບ 75 ປີ ຊຶ່ງໄດ້ສ້າງປະໂຫຍດທີ່ແທ້ຈິງແກ່ປະຊາຊົນ ໂດຍສະເພາະການສະໜັບສະໜູນການກໍ່ສ້າງ ແລະ ເຄື່ອງມືອຸປະກອນໃຫ້ແກ່ສູນການຮຽນຮູ້ດ້ານການກະເສດຂອງສະຫະກອນກາເຟວັນໃໝ່. ໂອກາດດຽວກັນ, ເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈລັດຖະບານ ສປປ ລາວ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ສະໜັບສະໜູນກິດຈະກຳຕ່າງໆຂອງສະຖານເອກອັກຄະຣາຊະທູດ ຕະຫຼອດມາ ໂດຍທັງສອງຝ່າຍ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບປະເດັນເສດຖະກິດ, ການຄ້າ, ການລົງທຶນ, ການປາບປາມອາດຊະຍາກຳທາງເຕັກໂນໂລຊີ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດເພື່ອແກ້ໄຂປັນຫາການຟອກເງິນຂອງ ສປປ ລາວ.
รูปภาพประกอบ