เอกอัครราชทูต ณ เวียงจันทน์ เยี่ยมอำลาเจ้าแขวงหัวพัน

เอกอัครราชทูต ณ เวียงจันทน์ เยี่ยมอำลาเจ้าแขวงหัวพัน

วันที่นำเข้าข้อมูล 24 ก.ย. 2568

วันที่ปรับปรุงข้อมูล 24 ก.ย. 2568

| 21 view
 
เมื่อวันที่ 17 กันยายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ เข้าเยี่ยมอำลานายคำแพง ไซสมแพง เจ้าแขวงหัวพัน ในโอกาสที่จะพ้นจากตำแหน่งในปลายเดือนกันยายน 2568 โดยทั้งสองฝ่ายได้แสดงความยินดีต่อความร่วมมือระหว่างไทยกับ สปป. ลาว ที่ครบรอบ 75 ปี การสถาปนาความสัมพันธ์ทางการทูตในปี 2568 และยินดีที่รัฐบาลไทยสนับสนุนโครงการการพัฒนาทางเลือกด้วยการปลูกกาแฟทดแทนการปลูกฝิ่น โดยสนับสนุนงบประมาณสำหรับก่อสร้างและจัดซื้อเครื่องมืออุปกรณ์ของศูนย์เรียนรู้ด้านการเกษตรของสหกรณ์กาแฟวันใหม่ รวมมูลค่า 5,450,000 บาท ในโอกาสเดียวกัน เอกอัครราชทูตฯ ได้แสดงความเสียใจต่อสถานการณ์อุทกภัยในแขวงหัวพันในช่วงที่ผ่านมา ซึ่งทำให้ประชาชนได้รับบาดเจ็บและเสียชีวิต รวมถึงทรัพย์สินเสียหาย โดยรัฐบาลไทยได้มอบความช่วยเหลือเพื่อบรรเทาสาธารณภัยผ่านคณะกรรมการคุ้มครองภัยพิบัติขั้นศูนย์กลาง และองค์การกาแดงแห่งชาติลาว นอกจากนี้ ทั้งสองฝ่ายยังได้แลกเปลี่ยนข้อคิดเห็นเกี่ยวกับประเด็นเศรษฐกิจ ความเชื่อมโยง เกษตรกรรม และอุตสาหกรรมเหมืองแร่ในแขวงหัวพัน
 
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຢ້ຽມອຳລາເຈົ້າແຂວງຫົວພັນ.
 
ເມື່ອວັນທີ 17 ກັນຍາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບທ່ານ ຄຳແພງ ໄຊສົມພອນ ເຈົ້າແຂວງຫົວພັນ ໃນໂອກາດທີ່ຈະສິ້ນສຸດວາລະຕຳແໜ່ງໃນທ້າຍເດືອນກັນຍາ 2025. ໂດຍທັງສອງຝ່າຍ ໄດ້ສະແດງຄວາມຍິນຕໍ່ການຮ່ວມມືລະຫວ່າງໄທ ກັບ ສປປ ລາວ ໃນໂອກາດຄົບຮອບ 75 ປີ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ແລະ ສະແດງຄວາມຍິນດີທີ່ລັດຖະບານໄທສະໜັບສະໜູນໂຄງການການພັດທະນາທາງເລືອກດ້ວຍການປູກກາເຟທົດແທນການປູກຝິ່ນ ໂດຍສະໜັບສະໜູນງົບປະມານສຳລັບກໍ່ສ້າງ ແລະ ຈັດຊື້ເຄື່ອງມືອຸປະກອນຂອງສູນຮຽນຮູ້ດ້ານກະເສດຂອງສະຫະກອນກາເຟວັນໃໝ່ ລວມມູນຄ່າ 5,450,000 ບາດ. ໃນໂອກາດດຽວກັນ, ເອກອັກຄະຣາຊະທູດ ໄດ້ສະແດງຄວາມເສຍໃຈຕໍ່ເຫດອຸທົກກະໄພທີ່ແຂວງຫົວພັນໃນຊ່ວງໄລຍະທີ່ຜ່ານມາ ເຊິ່ງເຮັດໃຫ້ປະຊາຊົນໄດ້ຮັບບາດເຈັບ ແລະ ເສຍຊີວິດ ລວມເຖິງຊັບສິນເສຍຫາຍ. ໂດຍລັດຖະບານໄທ ໄດ້ມອບການຊ່ວຍເຫຼືອເພື່ອບັນເທົາທຸກຜ່ານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ອົງການກາແດງແຫ່ງຊາດລາວ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບປະເດັນເສດຖະກິດ, ການເຊື່ອມໂຍງດ້ານການກະເສດ ແລະ ອຸດສາຫະກຳບໍ່ແຮ່ໃນແຂວງຫົວພັນ.
 
 

รูปภาพประกอบ

รูปภาพประกอบ