เมื่อวันที่ 19 ก.ย. 68 เวลา 14.00 น. นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ เข้าเยี่ยมคารวะนายเหล็กไหล สีวิไล รัฐมนตรีกระทรวงโยธาธิการและขนส่งในโอกาสรับตำแหน่งใหม่และเพื่ออำลาในโอกาสพ้นหน้าที่ในปลายเดือน ก.ย. 68 สองฝ่ายแลกเปลี่ยนข้อคิดเห็นเรื่องการส่งเสริมความร่วมมือด้านความเชื่อมโยงทางบก ทางรางและโครงสร้างพื้นฐาน ระหว่างไทยและ สปป. ลาว ตลอดจนความเชื่อมโยงในภูมิภาค โดยเฉพาะเรื่องการเตรียมการพิธีเปิดสะพานมิตรภาพไทย-ลาว แห่งที่ 5 (บึงกาฬ-บอลิคำไซ) และการติดตามพัฒนาการของโครงการความร่วมมือระหว่างสองประเทศที่อยู่ระหว่างการดำเนินการ อาทิ โครงการปรับปรุงเส้นทางถนนหมายเลข 12 (ท่าแขก-นาเพ้า) โครงการก่อสร้างสะพานข้ามแม่น้ำโขงบ้านเชียงแมน-หลวงพระบาง และโครงการก่อสร้างสะพานรถไฟแห่งใหม่ (หนองคาย-เวียงจันทน์) เป็นต้น
นอกจากนี้ สองฝ่ายยังเน้นย้ำถึงความร่วมมือที่ใกล้ชิดระหว่างหน่วยงานของสองประเทศ ที่มีส่วนสำคัญในการส่งเสริมความร่วมมือ เพื่อส่งเสริมความเชื่อมโยง การขนส่ง โครงสร้างพื้นฐานและช่วยอำนวยความสะดวกการพัฒนาเศรษฐกิจของสองประเทศ
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ
ເມື່ອວັນທີ 19 ກັນຍາ 2025 ເວລາ 14:00 ໂມງ, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃນໂອກາດເຂົ້າຮັບຕຳແໜ່ງໃໝ່ ແລະ ເພື່ອອຳລາໃນໂອກາດທີ່ຈະໝົດອາຍຸກະສຽນໃນທ້າຍເດືອນກັນຍາ 2025 ນີ້.
ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການສົ່ງເສີມການຮ່ວມມືດ້ານການເຊື່ອມຈອດທາງບົກ, ທາງລາງ ແລະ ໂຄງສ້າງພື້ນຖານໂຄງລ່າງ ລະຫວ່າງ ໄທ ແລະ ສປປ ລາວ, ລວມທັງການເຊື່ອມຕໍ່ພາຍໃນພາກພື້ນ, ໂດຍສະເພາະການກະກຽມພິທີເປີດຂົວມິດຕະພາບ ໄທ - ລາວ ແຫ່ງທີ 5 (ບຶງການ-ບໍລິຄໍາໄຊ) ແລະ ການຕິດຕາມຄວາມຄືບໜ້າຂອງໂຄງການຮ່ວມມືລະຫວ່າງສອງປະເທດທີ່ກຳລັງດຳເນີນການຢູ່ ເຊັ່ນ: ໂຄງການປັບປຸງເສັ້ນທາງເລກທີ 12 (ທ່າແຂກ-ນາເພົ້າ), ໂຄງການກໍ່ສ້າງຂ້າມແມ່ນໍ້າຂອງ ບ້ານຊຽງແມນ-ຫຼວງພະບາງ ແລະ ໂຄງການກໍ່ສ້າງຂົວລົດໄຟແຫ່ງໃໝ່ (ໜອງຄາຍ-ນະຄອນຫຼວງວຽງຈັນ) ເປັນຕົ້ນ.
ນອກຈາກນີ້, ທັງສອງຝ່າຍຍັງໄດ້ເນັ້ນໜັກເຖິງການຮ່ວມມືຢ່າງໃກ້ຊິດລະຫວ່າງບັນດາໜ່ວຍງານຂອງສອງປະເທດ ທີ່ມີສ່ວນສຳຄັນໃນການສົ່ງເສີມການຮ່ວມມື ເພື່ອສົ່ງເສີມການເຊື່ອມຈອດ, ການຂົນສົ່ງ, ໂຄງສ້າງພື້ນຖານໂຄງລ່າງ ແລະ ຊ່ວຍອຳນວຍຄວາມສະດວກໃນການພັດທະນາເສດຖະກິດຂອງສອງປະເທດ.