เอกอัครราชทูตเยือนแขวงหลวงน้ำทาและแขวงอุดมไซ

วันที่นำเข้าข้อมูล 18 พ.ย. 2569

วันที่ปรับปรุงข้อมูล 18 พ.ย. 2569

| 49 view

เมื่อระหว่างวันที่ 10 - 12 พฤศจิกายน 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ พร้อมด้วยทีมประเทศไทยได้เดินทางเยือนแขวงหลวงน้ำทาและแขวงอุดมไซ โดยได้เข้าเยี่ยมคารวะผู้บริหารแขวงทั้งสอง เพื่อหารือแนวทางการกระชับความร่วมมือระหว่างกันในด้านการส่งเสริมการลงทุนและการค้า รวมไปถึงการขนส่งโลจิสติกส์และการท่องเที่ยว โดยที่แขวงหลวงน้ำทา เอกอัครราชทูตฯ ได้พบหารือกับพลโทคำกิ่ง ผุยหล้ามะนีวง เลขาคณะบริหารงานพรรคแขวง และนายคำฟอง อินมะนี ประธานคณะกรรมการปกครองแขวง และที่แขวงอุดมไซ เอกอัครราชทูตได้พบหารือกับนายบุนคง หล้าเจียมพอน เลขาคณะบริหารงานพรรคแขวง และนายวงสะหวัน ไซยะวง ประธานคณะกรรมการปกครองแขวง

นอกจากนี้ ในประเด็นความเชื่อมโยงและการส่งเสริมการดำเนินการทางเศรษฐกิจ เอกอัครราชทูตฯ ได้พบหารือกับหัวหน้าด่านสากลบ่อเต็นและเยี่ยมชมด่านสากลบ่อเต็นรวมถึงเขตเศรษฐกิจพิเศษบ่อเต็นแดนงาม ซึ่งเป็นประตูด้านเศรษฐกิจ การค้า การลงทุนและการท่องเที่ยวที่สำคัญระหว่างลาวและอาเซียนกับจีน เอกอัครราชทูตฯ และคณะยังได้เยี่ยมชม Amata Smart and Eco City ซึ่งเป็นการลงทุนของบริษัท Amata ของไทยในด้านนิคมอุตสาหกรรมที่แขวงอุดมไซ อีกทั้งได้เยี่ยมชมบริษัท CGN Energy Technology (Laos) ซึ่งเป็นบริษัทของจีนที่มาลงทุนด้านการผลิตไฟฟ้าพลังงานแสงอาทิตย์ในแขวงอุดมไซ

อนึ่ง เอกอัครราชทูตฯ ได้เข้าเยี่ยมและให้กำลังใจเจ้าหน้าที่ ณ จุดตรวจยาเสพติด ด่านบ่อตาไก่ แขวงอุดมไซ ซึ่งเป็นจุดตรวจยาเสพติดที่สำคัญที่รัฐบาลไทยโดยสำนักงาน ปปส. ได้สนับสนุนมาอย่างต่อเนื่อง

ໃນລະຫວ່າງວັນທີ 10-12 ພະຈິກ 2026, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍໜ່ວຍງານຈາກປະເທດໄທ ໄດ້ເດີນທາງໄປຢ້ຽມຢາມ ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ, ໂດຍໄດ້ເຂົ້າຢ້ຽມຂໍ່ານັບການນໍາແຂວງທັງສອງ ເພື່ອປຶກສາຫາລືແນວທາງການຮັດແໜ້ນຄວາມຮ່ວມມືລະຫວ່າງກັນ ທາງດ້ານການສົ່ງເສີມການລົງທຶນ ແລະ ການຄ້າ, ລວມໄປເຖິງການຂົນສົ່ງແບບໂລຈິສຕິກ ແລະ ການທ່ອງທ່ຽວ. ໂດຍຢູ່ແຂວງຫຼວງນໍ້າທາ, ທ່ານເອກອັກຄະຣາຊະທູດ ໄດ້ພົບປະຫາລືກັບ ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ແລະ ທ່ານ ຄໍາຟອງ ອິນມະນີ ປະທານຄະນະກຳມະການປົກຄອງແຂວງ; ແລະ ຢູ່ແຂວງອຸດົມໄຊ, ທ່ານເອກອັກຄະຣາຊະທູດ ໄດ້ພົບປະຫາລືກັບ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ ແລະ ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງ.

ນອກຈາກນີ້, ໃນປະເດັນເລື່ອງການເຊື່ອມໂຍງ ແລະ ສົ່ງເສີມການດໍາເນີນທາງເສດຖະກິດ, ທ່ານເອກອັກຄະຣາຊະທູດ ໄດ້ພົບປະຫາລືກັບຫົວໜ້າດ່ານສາກົນບໍ່ເຕັນ ແລະ ຢ້ຽມຊົມດ່ານສາກົນບໍ່ເຕັນ ລວມທັງເຂດເສດຖະກິດພິເສດບໍ່ເຕັນແດນງາມ ເຊິ່ງເປັນປະຕູດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວທີ່ສໍາຄັນ ລະຫວ່າງ ລາວ ແລະ ອາຊຽນ ກັບ ຈີນ. ພ້ອມກັນນັ້ນ, ທ່ານເອກອັກຄະຣາຊະທູດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມ Amata Smart and Eco City ເຊິ່ງເປັນການລົງທຶນຂອງບໍລິສັດ Amata ຂອງໄທ ໃນດ້ານອຸດສາຫະກຳ ທີ່ແຂວງອຸດົມໄຊ, ພ້ອມທັງໄດ້ຢ້ຽມຊົມບໍລິສັດ CGN Energy Technology (Laos) ເຊິ່ງເປັນບໍລິສັດຂອງຈີນ ທີ່ເຂົ້າມາລົງທຶນດ້ານການຜະລິດໄຟຟ້າພະລັງງານແສງອາທິດ ທີ່ແຂວງອຸດົມໄຊ.

ຍິ່ງໄປກວ່ານີ້, ທ່ານເອກອັກຄະຣາຊະທູດ ໄດ້ເຂົ້າຢ້ຽມຢາມ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ຢູ່ຈຸດກວດຢາເສບຕິດ ຢູ່ທີ່ດ່ານບໍ່ຕາໄກ່ ແຂວງອຸດົມໄຊ ເຊິ່ງເປັນຈຸດກວດຢາເສບຕິດທີ່ສໍາຄັນ ທີ່ທາງລັດຖະບານໄທ ກໍຄືສຳນັກງານຄະນະກໍາມະການປ້ອງກັນ ແລະ ປາບປາມຢາເສບຕິດໄທ ໄດ້ໃຫ້ການສະໜັບສະໜູນມາຢ່າງຕໍ່ເນື່ອງ.

รูปภาพประกอบ

รูปภาพประกอบ