โครงการปฏิบัติการเคมีแบบย่อส่วนสำหรับโรงเรียนมัธยมศึกษาใน สปป.ลาว

วันที่นำเข้าข้อมูล 18 ส.ค. 2569

วันที่ปรับปรุงข้อมูล 18 ส.ค. 2569

| 62 view

เมื่อวันที่ 23 กรกฎาคม 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ได้เข้าร่วมในพิธีเปิดโครงการปฏิบัติการเคมีแบบย่อส่วนสำหรับโรงเรียนมัธยมศึกษา ใน สปป.ลาว ซึ่งจัดโดยสมาคมเคมีแห่งประเทศไทย ร่วมกับกรมสามัญศึกษา กระทรวงศึกษาธิการและกีฬา สปป.ลาว ให้แก่ครูผู้สอนวิชาเคมีระดับมัธยมศึกษาจำนวน 100 คน จาก 22 เมือง ใน 4 แขวง ใน สปป.ลาว ประกอบด้วยแขวงไซสมบูน แขวงบอลิคำไซ แขวงเวียงจันทน์ และนครหลวงเวียงจันทน์ ระหว่างวันที่ 23 - 24 กรกฎาคม 2569 โดยเอกอัครราชทูตฯ ได้ย้ำถึงความสำคัญของการส่งเสริมการเรียนการสอนด้านวิทยาศาสตร์ใน สปป.ลาว ซึ่งเป็นพื้นฐานสำคัญของการพัฒนาทรัพยากรมนุษย์ใน สปป.ลาว อย่างยั่งยืน

การฝึกอบรมดังกล่าวมีวัตถุประสงค์เพื่อถ่ายทอดองค์ความรู้ด้านการออกแบบปฏิบัติการเคมีอย่างง่ายที่ปลอดภัย ประหยัด สะดวก รวดเร็ว และเป็นมิตรต่อสิ่งแวดล้อม เพื่อสร้างโอกาสให้นักเรียนในพื้นที่ห่างไกลสามารถเรียนรู้ผ่านการทดลองจริง โดยได้รับการนับสนุนงบประมาณจากธนาคารกรุงเทพ จำกัด (มหาชน) ทั้งนี้ มีบุคคลสำคัญ อาทิ ดร.หล้าคำ วงคำสาน หัวหน้าห้องการกระทรวงศึกษาธิการและกีฬา สปป.ลาว ศ.ดร.ศุภวรรณ ตันตยานนท์ ผู้อำนวยการโครงการบีบีแอล-ซีเอสที การอบรมปฏิบัติการเคมีแบบย่อส่วนสำหรับครูระดับมัธยมศึกษา และนางชฎาพร อุรฉัตร ผู้ช่วยผู้จัดการใหญ่และผู้จัดการธนาคารกรุงเทพ จำกัด (มหาชน) สาขานครหลวงเวียงจันทน์ ให้เกียรติเข้าร่วมในพิธีเปิดด้วย

ตลอดระยะเวลา 2 วัน ครูผู้สอนที่เข้าร่วมกิจกรรมได้ฝึกทำการทดลองต่าง ๆ เช่น (1) การแพร่ ของแก๊ส (2) การแยกทองแดงด้วยเคมีไฟฟ้า (3) การละลายของแอมโมเนีย (4) การแยกน้ำด้วยไฟฟ้า เป็นต้น ทำให้ครูผู้สอนได้รับประสบการณ์จริงในการทำการทดลอง และสามารถนำไปประยุกต์ใช้ในห้องเรียนต่อไป ทั้งนี้ สมาคมเคมีแห่งประเทศไทยจะจัดการประกวดผลงาน โดยคัดเลือกครูจำนวน 10 คน ที่ส่งผลงานเข้าประกวดจาก สปป.ลาว ไปฝึกอบรมเป็นครูฝึกและเข้าร่วมกิจกรรมการสร้างเครือข่ายวิทยากรปฏิบัติการเคมีแบบย่อส่วนที่ประเทศไทยต่อไป
ໂຄງການປະຕິບັດການເຄມີແບບຫຍໍ້ສ່ວນ ສຳລັບໂຮງຮຽນມັດທະຍົມສຶກສາໃນ ສປປ ລາວ.

ໃນວັນທີ 23 ກໍລະກົດ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດໂຄງການປະຕິບັດການເຄມີແບບຫຍໍ້ສ່ວນ ສຳລັບໂຮງຮຽນມັດທະຍົມສຶກສາໃນ ສປປ ລາວ. ເຊິ່ງຈັດໂດຍສະມາຄົມເຄມີ ແຫ່ງປະເທດໄທ ຮ່ວມກັບກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໃຫ້ແກ່ຄູອາຈານສອນວິຊາເຄມີລະດັບມັດທະຍົມສຶກສາ ຈຳນວນ 100 ຄົນ ຈາກ 22 ເມືອງໃນ 4 ແຂວງຂອງ ສປປ ລາວ ປະກອບດ້ວຍ: ແຂວງໄຊສົມບູນ, ບໍລິຄຳໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-24 ກໍລະກົດ 2026 ໂດຍເອກອັກຄະຣາຊະທູດ ໄດ້ເນັ້ນເຖິງຄວາມສຳຄັນຂອງການສົ່ງເສີມການຮຽນການສອນດ້ານວິທະຍາສາດ ເຊິ່ງເປັນພື້ນຖານສຳຄັນຂອງການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ຢ່າງຍືນຍົງ.

ການຝຶກອົບຮົມດັ່ງກ່າວ, ມີຈຸດປະສົງເພື່ອຖ່າຍທອດຄວາມຮູ້ດ້ານການອອກແບບປະຕິບັດການເຄມີຢ່າງງ່າຍ, ມີຄວາມປອດໄພ, ປະຢັດ, ສະດວກວ່ອງໄວ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເພື່ອສ້າງໂອກາດໃຫ້ນັກຮຽນໃນພື້ນທີ່ຫ່າງໄກສອກຫຼີກ ສາມາດຮຽນຮູ້ຜ່ານການທົດລອງຕົວຈິງ ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກທະນາຄານກຸງເທບ ຈຳກັດ (ມະຫາຊົນ). ໃນພິທີດັ່ງກ່າວ, ມີທ່ານ ປອ. ຫຼ້າຄຳ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ສຈ. ປອ. ສຸພາວັນ ຕັນຕະຍານົນ ຜູ້ອຳນວຍການໂຄງການບີບີແອລ-ເອັສທີ ການອົບຮົມເຄມີແບບຫຍໍ້ສ່ວນສຳລັບຄູອາຈານລະດັບມັດທະຍົມສຶກສາ ແລະ ທ່ານນາງ ຊະດາພອນ ອຸຣະຊັດ ຜູ້ຊ່ວຍຜູ້ຈັດການໃຫຍ່ ແລະ ຜູ້ຈັດການທະນາຄານກຸງເທບ ຈຳກັດ (ມະຫາຊົນ) ສາຂານະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີເປີດງານ ດ້ວຍ.

ຕະຫຼອດໄລຍະເວລາ 2 ມື້ ຄູອາຈານ ທີ່ເຂົ້າຮ່ວມກິດຈະກຳ ໄດ້ຝຶກເຮັດການທົດລອງຕ່າງໆ ເຊັ່ນ: (1) ການແພ່ກະຈາຍຂອງອາຍກ໊າສ (2) ການແຍກທອງແດງດ້ວຍເຄມີໄຟຟ້າ (3) ການລະລາຍຂອງແອມໂມເນຍ (4) ການແຍກນ້ຳດ້ວຍໄຟຟ້າ ເປັນຕົ້ນ. ເຊິ່ງບັນດາຜູ້ເຂົ້າຮ່ວມຝຶກອົບຮົມ ກໍໄດ້ຮັບປະສົບການເຮັດທົດລອງຕົວຈິງ ແລະ ສາມາດນຳໄປປະຍຸກໃຊ້ໃນຫ້ອງຮຽນຕໍ່ໄປ. ນອກຈາກນີ້, ສະມາຄົມເຄມີແຫ່ງປະເທດໄທ ຈະໄດ້ຈັດການປະກວດຜົນງານ ໂດຍການຄັດເລືອກຄູອາຈານຈຳນວນ 10 ຄົນ ທີ່ສົ່ງຜົນງານເຂົ້າປະກວດຈາກ ສປປ ລາວ ໄປຝຶກອົບຮົມເປັນຄູຝຶກ ແລະ ເຂົ້າຮ່ວມກິດຈະກຳການສ້າງເຄືອຂ່າຍວິທະຍາກອນປະຕິບັດການເຄມີແບບຫຍໍ້ສ່ວນທີ່ປະເທດໄທ ຕໍ່ໄປ.


รูปภาพประกอบ

รูปภาพประกอบ