เมื่อวันที่ 1 สิงหาคม 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ มอบงบประมาณสนับสนุนจำนวน 45,000 บาท แก่คณะนิติศาสตร์และรัฐศาสตร์ มหาวิทยาลัยแห่งชาติลาว เพื่อสนับสนุนการเข้าร่วมกิจกรรมของบุคลากรและนักศึกษาจำนวน 70 คน ที่จะเดินทางไปเข้าร่วมการสัมมนากับวิทยาลัยการเมืองการปกครอง มหาวิทยาลัยมหาสารคาม เรื่อง “การเสริมสร้างขีดความสามารถของภาควิชาความสัมพันธ์ระหว่างประเทศ คณะนิติศาสตร์และรัฐศาสตร์ มหาวิทยาลัยแห่งชาติลาว” ณ มหาวิทยาลัยมหาสารคาม ระหว่างวันที่ 5-8 สิงหาคม 2568 โดยมี ดร.สมเด็จ แก้ววงสัก รองคณบดี รักษาการคณบดี คณะนิติศาสตร์และรัฐศาสตร์ และผู้แทนนักศึกษาเป็นผู้รับมอบ
ในโอกาสดังกล่าว เอกอัครราชทูต ณ เวียงจันทน์ ได้กล่าวถึงความร่วมมือระหว่างไทยกับ สปป. ลาวในด้านต่าง ๆ อาทิ ความร่วมมือเพื่อการพัฒนาอย่างยั่งยืน การพัฒนาทางเลือก ศิลปวัฒนธรรม การศึกษา และสาธารณสุข ความสำคัญของการทูตพหุภาคี และได้ให้คำแนะนำแก่คณะนักศึกษาเกี่ยวกับความสำคัญของการคิดวิเคราะห์ และการเรียนรู้ตลอดชีวิต (life-long learning)
การสนับสนุนงบประมาณดังกล่าวเป็นส่วนหนึ่งของการเฉลิมฉลองครบรอบ 75 ปี ของการสถาปนาความสัมพันธ์ทางการทูตระหว่างไทยกับ สปป. ลาว ซึ่งจะมีส่วนช่วยส่งเสริมความร่วมมือทางวิชาการระหว่างสถาบันการศึกษาของทั้งสองประเทศ ตลอดจนเปิดโอกาสให้นักศึกษาทั้งสองมหาวิทยาลัยได้หารือแลกเปลี่ยนความเห็น และสร้างเครือข่ายระหว่างกันด้วย
ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະໜັບສະໜູນງົບປະມານແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ.
ເມື່ອວັນທີ 1 ສິງຫາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ມອບງົບປະມານສະໜັບສະໜູນຈຳນວນ 45,000 ບາດ ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ. ເພື່ອສະໜັບສະໜູນການເຂົ້າຮ່ວມກິດຈະກຳຂອງບຸກຄະລາກອນ ແລະ ນັກສຶກສາຈຳນວນ 70 ຄົນ ທີ່ຈະເດີນທາງໄປເຂົ້າຮ່ວມການສຳມະນາກັບວິທະຍາໄລການເມືອງການປົກຄອງ ມະຫາວິທະຍາໄລມະຫາສາຣະຄາມ ເລື່ອງ "ການເສີມສ້າງຂີດຄວາມສາມາດຂອງພາກວິຊາການພົວພັນລະຫວ່າງປະເທດ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ" ທີ່ມະຫາວິທະຍາໄລມະຫາສາຣະຄາມ ລະຫວ່າງວັນທີ 5-8 ສິງຫາ 2025 ໂດຍມີ ທ່ານ ປອ. ສົມເດັດ ແກ້ວວົງສັກ ຮອງຄະນະບໍດີ, ຮັກສາການຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ແລະ ຜູ້ແທນນັກສຶກສາເປັນຜູ້ຮັບມອບ.
ໃນໂອກາດດັ່ງກ່າວ, ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວເຖິງການຮ່ວມມືລະຫວ່າງໄທ ກັບ ສປປ ລາວ ໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືເພື່ອການພັດທະນາທີ່ຍືນຍົງ, ການພັດທະນາທາງເລືອກ, ສິລະປະວັດທະນະທຳ, ການສຶກສາ, ສາທາລະນະສຸກ, ຄວາມສຳຄັນຂອງການທູດພະຫຸພາຄີ ແລະ ໄດ້ໃຫ້ຄຳແນະນຳແກ່ຄະນະນັກສຶກສາກ່ຽວກັບຄວາມສຳຄັນຂອງການຄິດວິເຄາະ ແລະ ການຮຽນຮູ້ຕະຫຼອດຊີວິດ (life-long learning)
ການສະໜັບສະໜູນດັ່ງກ່າວ, ເປັນສ່ວນໜຶ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ຄົບຮອບ 75 ປີ. ຊຶ່ງຈະມີສ່ວນຊ່ວຍສົ່ງເສີມການຮ່ວມມືທາງວິຊາການລະຫວ່າງສະຖາບັນການສຶກສາຂອງທັງສອງປະເທດ. ລວມເຖິງ, ເປີດໂອກາດໃຫ້ນັກສຶກສາທັງສອງມະຫາວິທະຍາໄລ ໄດ້ຫາລືແລກປ່ຽນຄວາມເຫັນ ແລະ ສ້າງເຄືອຂ່າຍລະຫວ່າງກັນດ້ວຍ.