สถานเอกอัครราชทูต ณ เวียงจันทน์ และกรมความร่วมมือระหว่างประเทศ สนับสนุนเครื่องปั่นไฟฟ้าและงบประมาณสำหรับการปรับปรุงจุดรับซื้อชาและโกดังเก็บชาให้สหกรณ์ผู้ผลิตชาเมืองเมิง

สถานเอกอัครราชทูต ณ เวียงจันทน์ และกรมความร่วมมือระหว่างประเทศ สนับสนุนเครื่องปั่นไฟฟ้าและงบประมาณสำหรับการปรับปรุงจุดรับซื้อชาและโกดังเก็บชาให้สหกรณ์ผู้ผลิตชาเมืองเมิง

วันที่นำเข้าข้อมูล 8 ส.ค. 2568

วันที่ปรับปรุงข้อมูล 8 ส.ค. 2568

| 3 view

เมื่อวันที่ 7 สิงหาคม 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้ส่งมอบการสนับสนุนสหกรณ์ผู้ผลิตชาเมืองเมิง แขวงบ่อแก้ว รวมมูลค่า 1,164,780 บาท โดยนายสมพอน เยมะนี ประธานสหกรณ์ผู้ผลิตชาเมืองเมิง เป็นผู้รับมอบ และนายคำผะหยา พมปันยา รองเจ้าแขวงบ่อแก้ว และนายจุลวัจน์ นรินทรางกูร ณ อยุธยา อธิบดีกรมความร่วมมือระหว่างประเทศ กระทรวงการต่างประเทศ ให้เกียรติเข้าร่วมเป็นสักขีพยาน การสนับสนุนดังกล่าวประกอบด้วยเครื่องปั่นไฟฟ้า มูลค่า 989,780 บาท ซึ่งได้รับงบประมาณสนับสนุนจากกรมความร่วมมือระหว่างประเทศฯ และงบประมาณสำหรับการปรับปรุงจุดรับซื้อใบชาและโกดังเก็บชามูลค่า 175,000 บาท ทั้งนี้ การสนับสนุนดังกล่าวเป็นส่วนหนึ่งของกิจกรรมเฉลิมฉลองเนื่องในโอกาสครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทย-สปป.ลาว ที่ประชาชนได้รับประโยชน์โดยตรง และเพื่อสนับสนุนวาระแห่งชาติว่าด้วยการแก้ไขปัญหายาเสพติดของ สปป.ลาว (2564-2568) โดยการสนับสนุนสหกรณ์ผู้ผลิตชาเมืองเมิงให้ประสบความสำเร็จและเป็นต้นแบบของโครงการพัฒนาทางเลือกด้วยการปลูกชาออร์แกนนิค แทนพืชเสพติด และทำให้ประชาชนกินดีอยู่ดี โดยมีรายได้ที่ยั่งยืนจากอาชีพที่สุจริต

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ກົມຄວາມຮ່ວມມືລະຫວ່າງປະເທດ ສະໜັບສະໜູນເຄື່ອງປັ່ນໄຟຟ້າ ແລະ ງົບປະມານສຳລັບການປັບປຸງຈຸດຮັບຊື້ຊາ ແລະ ໂຮງເກັບຊາ ໃຫ້ແກ່ສະຫະກອນຜູ້ຜະລິດຊາເມືອງເມິງ.

ເມື່ອວັນທີ 7 ສິງຫາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ສົ່ງມອບການສະໜັບສະໜູນໃຫ້ແກ່ສະຫະກອນຜູ້ຜະລິດຊາເມືອງເມິງ ແຂວງບໍ່ແກ້ວ ລວມມູນຄ່າ 1,164,780 ບາດ ໂດຍທ່ານສົມພອນ ເຢມະນີ ປະທານສະຫະກອນຜູ້ຜະລິດຊາເມືອງເມິງ ເປັນຜູ້ຮັບມອບ ແລະ ທ່ານ ຄໍາພະຫຍາ ພົມປັນຍາ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ແລະ ທ່ານ ຈຸນລະວັດ ນະຣິນທະຣາງກູນ ນະ ອະຍຸດທະຍາ ຫົວໜ້າກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນການສະໜັບສະໜູນດັ່ງກ່າວ. ການສະໜັບສະໜູນໃນຄັ້ງນີ້, ປະກອບດ້ວຍ ເຄື່ອງປັ່ນໄຟຟ້າ ລວມມູນຄ່າ 989,780 ບາດ. ເຊິ່ງໄດ້ຮັບງົບປະມານສະໜັບສະໜູນຈາກກົມຄວາມຮ່ວມມືລະຫວ່າງປະເທດ ແລະ ງົບປະມານສໍາລັບການປັບປຸງຈຸດຮັບຊື້ໃບຊາ ແລະໂຮງເກັບຊາ ມູນຄ່າ 175,000 ບາດ. ການສະໜັບສະໜູນດັ່ງກ່າວເປັນສ່ວນໜຶ່ງຂອງກິດຈະກຳສະເຫຼີມສະຫຼອງເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດ
ລະຫວ່າງ ໄທ–ສປປ ລາວ ຄົບຮອບ 75 ປີ. ທີ່ປະຊາຊົນໄດ້ຮັບຜົນປະໂຫຍດໂດຍກົງ ແລະ ເພື່ອສະໜັບສະໜູນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງ ສປປ ລາວ (2021–2025) ໂດຍການສະໜັບສະໜູນໃຫ້ແກ່ສະຫະກອນຜູ້ຜະລິດຊາເມືອງເມິງ ໃຫ້ປະສົບຜົນສຳເລັດ ແລະເປັນຕົ້ນແບບຂອງໂຄງການພັດທະນາທາງເລືອກ ໂດຍການປູກຊາອໍແກນິກ ແທນການປູກພືດເສບຕິດ ແລະ ເຮັດໃຫ້ປະຊາຊົນມີຄວາມກິນດີຢູ່ດີ ໂດຍມີລາຍຮັບທີ່ຍືນຍົງຈາກອາຊີບທີ່ສຸດຈະລິດ.


รูปภาพประกอบ

รูปภาพประกอบ