เมื่อวันที่ 26 กุมภาพันธ์ 2569 นาย Sung Ho Hwang หัวหน้าสำนักงานองค์การสหประชาชาติเพื่อต่อต้านยาเสพติดและอาชญากรรม (UNODC in Lao PDR) และคณะได้เข้าเยี่ยมคารวะนางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ เพื่อแสดงความยินดีในโอกาสที่เอกอัครราชทูตฯ เข้ารับตำแหน่ง ทั้งสองฝ่ายได้แสดงความชื่นชมต่อความร่วมมือที่ใกล้ชิดระหว่างรัฐบาลไทยกับ UNODC โดยเฉพาะความสำเร็จในการร่วมจัดการประชุมระหว่างประเทศหัวข้อ “The Global Partnership against Online Scams” เมื่อเดือนธันวาคม 2568 และยินดีต่อความสำเร็จของความร่วมมือระหว่างสถานเอกอัครราชทูต กับ UNODC in Lao PDR ตลอดระยะที่ผ่านมา โดยเฉพาะการสนับสนุนโครงการสหกรณ์กาแฟวันใหม่ ซึ่งเป็นโครงการพัฒนาทางเลือกด้วยการปลูกกาแฟทดแทนการปลูกฝิ่นในแขวงหัวพัน และการร่วมจัดฝึกอบรมโครงการพัฒนาศักยภาพด้านนิติวิทยา นอกจากนี้ ยังได้แลกเปลี่ยนข้อมูลเกี่ยวกับสถานการณ์อาชญากรรมทางเทคโนโลยีในภูมิภาคเอเชียตะวันออกเฉียงใต้ และการต่อต้านการฟอกเงินด้วย
ຫົວໜ້າສຳນັກງານອົງການສະຫະປະຊາຊາດ ເພື່ອຕໍ່ຕ້ານຢາເສບຕິດ ແລະ ອາດຊະຍາກຳ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ.
ເມື່ອວັນທີ 26 ກຸມພາ 2026 ທ່ານ Sung Ho Hwang ຫົວໜ້າສຳນັກງານອົງການສະຫະປະຊາຊາດ ເພື່ອຕໍ່ຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC in Lao PDR) ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ ຄຣອງຄະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເພື່ອສະແດງຄວາມຍິນດີໃນໂອກາດທີ່ເອກອັກຄະຣາຊະທູດ ເຂົ້າຮັບຕຳແໜ່ງ. ໂດຍທັງສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທີ່ໃກ້ຊິດລະຫວ່າງລັດຖະບານໄທ ກັບ UNODC ໂດຍສະເພາະຜົນສຳເລັດໃນການຮ່ວມຈັດກອງປະຊຸມລະຫວ່າງປະເທດ ໃນຫົວຂໍ້ “The Global Partnership against Online Scams” ໃນເດືອນທັນວາ 2025 ແລະ ຍິນດີຕໍ່ຜົນສຳເລັດຂອງການຮ່ວມມືລະຫວ່າງສະຖານເອກອັກຄະຣາຊະທູດ ກັບ UNODC in Lao PDR ຕະຫຼອດຊ່ວງໄລຍະທີ່ຜ່ານມາ ໂດຍສະເພາະການສະໜັບສະໜູນໂຄງການສະຫະກອນກາເຟວັນໃໝ່ ເຊິ່ງເປັນໂຄງການພັດທະນາທາງເລືອກດ້ວຍການປູກກາເຟທົດແທນການປູກຝິ່ນໃນແແຂວງຫົວພັນ ແລະ ການຮ່ວມຈັດຝຶກອົບຮົມໂຄງການພັດທະນາສັກກາຍະພາບດ້ານນິຕິວິທະຍາ. ນອກຈາກນີ້, ຍັງໄດ້ແລກປ່ຽນຂໍ້ມູນກ່ຽວກັບສະຖານະການອາດຊະຍາກຳທາງເຕັກໂນໂລຊີໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ການຕໍ່ຕ້ານການຟອກເງິນ ອີກດ້ວຍ.