เมื่อวันที่ 27 กุมภาพันธ์ 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ให้การต้อนรับ พลเอกพนา แคล้วปลอดทุกข์ ผู้บัญชาการทหารบกและคณะ เนื่องในโอกาสที่ผู้บัญชาการทหารบกได้เดินทางเยือน สปป. ลาวอย่างเป็นทางการ ระหว่างวันที่ 27-28 กุมภาพันธ์ 2569 ทั้งสองฝ่ายได้หารือถึงการส่งเสริมความร่วมมือด้านการทหารระหว่างไทยและ สปป.ลาว สถานการณ์ด้านความมั่นคงในภูมิภาคและความร่วมมือด้านอื่น ๆ ที่จะอำนวยประโยชน์แก่ทั้งสองประเทศ หลังจากนั้น เอกอัครราชทูตได้เป็นเจ้าภาพเลี้ยงอาหารกลางวันเพื่อเป็นเกียรติแก่ผู้บัญชาการทหารบกด้วย
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໃຫ້ການຕ້ອນຮັບຜູ້ບັນຊາການທະຫານບົກ.
ເມື່ອວັນທີ 27 ກຸມພາ 2026 ທ່ານນາງ ຄຣອງຄະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໃຫ້ການຕ້ອນຮັບພົນເອກ ພະນາ ແຄລ້ວປອດທຸກ ຜູ້ບັນຊາການທະຫານບົກ ແລະ ຄະນະ ເນື່ອງໃນໂອກາດທີ່ຜູ້ບັນຊາການທະຫານບົກ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 27-28 ກຸມພາ 2026. ໂດຍທັງສອງຝ່າຍ, ໄດ້ຫາລືການສົ່ງເສີມການຮ່ວມມືດ້ານການທະຫານລະຫວ່າງໄທ ແລະ ສປປ ລາວ, ສະຖານະການດ້ານຄວາມໝັ້ນຄົງໃນພາກພື້ນ ແລະ ການຮ່ວມມືດ້ານອື່ນໆ ທີ່ຈະສ້າງຜົນປະໂຫຍດແກ່ທັງສອງປະເທດ. ຫຼັງຈາກນັ້ນ, ເອກອັກຄະຣາຊະທູດ ໄດ້ເປັນເຈົ້າພາບລ້ຽງອາຫານທ່ຽງ ເພື່ອເປັນກຽດໃຫ້ແກ່ຜູ້ບັນຊາການທະຫານບົກ ດ້ວຍ.