เมื่อวันที่ 16 กันยายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมอำลา นายสุลิสัก สุลิทอน หัวหน้ากรมกงสุล กระทรวงการต่างประเทศ สปป.ลาว เนื่องในโอกาสที่จะพ้นจากตำแหน่งในปลายเดือนกันยายน 2568 ทั้งสองฝ่ายได้แลกเปลี่ยนความคิดเห็นเกี่ยวกับความร่วมมือด้านการกงสุล และเอกอัครราชทูต ณ เวียงจันทน์ ได้ขอบคุณกรมกงสุล สปป.ลาว ที่สนับสนุนภารกิจของสถานเอกอัครราชทูตฯ มาโดยตลอด โดยเฉพาะการประสานงานกับหน่วยงานที่เกี่ยวข้องเพื่อช่วยเหลือคนไทยที่ประสบปัญหาใน สปป.ลาว
นอกจากนี้ ทั้งสองฝ่ายยังได้หารือถึงความท้าทายบางประการในการปฏิบัติงานด้านกงสุล และโอกาสในการแลกเปลี่ยนประสบการณ์ รวมถึงการใช้เทคโนโลยีดิจิทัลเพื่อเพิ่มประสิทธิภาพการให้บริการประชาชน
ວັນທີ 16 ກັນຍາ 2025 ທ່ານນາງ ມໍຣະກົດ ສິສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມອຳລາ ທ່ານ ສຸລິສັກ ສຸລິທອນ ຫົວໜ້າກົມກົງສຸນ ກະຊວງການຕ່າງປະເທດ ສປປ ລາວ ເນື່ອງໃນໂອກາດທີ່ຈະສິ້ນສຸດວາລະຕຳແໜ່ງ ທ້າຍເດືອນກັນຍາ 2025.
ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຄວາມຮ່ວມມືດ້ານກົງສຸນ ແລະ ເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈກົມກົງສຸນ ສປປ ລາວ ທີ່ໄດ້ສະໜັບສະໜູນການປະຕິບັດງານຂອງສະຖານເອກອັກຄະຣາຊະທູດ ຢ່າງຕໍ່ເນື່ອງ ໂດຍສະເພາະການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊ່ວຍເຫຼືອຄົນໄທທີ່ປະສົບບັນຫາໃນ ສປປ ລາວ.
ນອກຈາກນີ້, ທັງສອງຝ່າຍຍັງໄດ້ຫາລືກັນກ່ຽວກັບກັບຄວາມທ້າທາຍໃນການປະຕິບັດງານດ້ານກົງສຸນ ແລະ ໂອກາດໃນການແລກປ່ຽນປະສົບການ ລວມເຖິງການນຳໃຊ້ເຕັກໂນໂລຊີດິຈິຕອນມາໃຊ້ເພື່ອພັດທະນາປະສິດທິພາບໃນການໃຫ້ບໍລິການປະຊາຊົນ.