เมื่อวันที่ 11-12 กันยายน 2568 สถานเอกอัครราชทูต ณ เวียงจันทน์ ได้ดำเนินโครงการส่งเสริมความร่วมมือกับ สปป. ลาว ด้านพระพุทธศาสนา โดยได้ร่วมสนับสนุนการทำนุบำรุง ปฏิสังขรณ์ศาสนสถาน และสนับสนุนการศึกษาด้านพระพุทธศาสนาที่วัดใน สปป. ลาว ได้แก่ สนับสนุนการก่อสร้างอาคารเรียน พระปริยัติธรรม วัดสีสะเกด นครหลวงเวียงจันทน์ สนับสนุนการจัดพิมพ์หนังสือสวดมนต์เพื่อถวายแก่คณะสงฆ์ลาวทั่วประเทศ (จัดพิมพ์โดยวัดพระธาตุโมลีโลกะยาราม นครหลวงเวียงจันทน์) สนับสนุนการซ่อมแซมพัทธสีมา วัดนาคานิมิตโพนสัน แขวงบอลิคำไซ และวัดมะหันตะเสตุการาม นครหลวงเวียงจันทน์โดยการดำเนินโครงการดังกล่าว นอกจากจะก่อให้เกิดประโยชน์ในการสืบต่อและเผยแพร่พระพุทธศาสนา ซึ่งยังประโยชน์แก่พุทธศาสนิกชนทั้งใน สปป. ลาว และจากประเทศไทยที่มักจะเดินทางมาทำบุญที่ สปป. ลาว แล้ว ยังเป็นการส่งเสริมและต่อยอดมิตรภาพและความสัมพันธ์ระหว่างไทยกับ สปป.ลาว โดยเฉพาะในระดับประชาชนและชุมชนด้วย
ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ດຳເນີນໂຄງການສົ່ງເສີມການຮ່ວມມືລະຫວ່າງໄທ ກັບ ສປປ ລາວ ດ້ານພະພຸດທະສາສະໜາ.
ເມື່ອວັນທີ 11-12 ກັນຍາ 2025 ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ດຳເນີນໂຄງການສົ່ງເສີມການຮ່ວມມືລະຫວ່າງໄທ ກັບ ສປປ ລາວ ດ້ານພະພຸດທະສາສະໜາ ໂດຍໄດ້ຮ່ວມສະໜັບສະໜູນການຖະໜຸບຳລຸງປະຕິສັງຂອນວັດ ແລະ ສະໜັບສະໜູນການສຶກສາດ້ານພະພຸດທະສາສະໜາວັດໃນ ສປປ ລາວ ໄດ້ແກ່: ສະໜັບສະໜູນການກໍ່ສ້າງອາຄານຮຽນ ສະຖານທີ່ປະຕິບັດທຳວັດສີສະເກດ ນະຄອນຫຼວງວຽງຈັນ, ການຈັດພິມໜັງສືສູດມົນເພື່ອຖວາຍແດ່ພະສົງທົ່ວປະເທດ (ຈັດພິມໂດຍວັດພະທາດໂມລີໂລກະຍາຣາມ ນະຄອນຫຼວງວຽງຈັນ) ການປັບປຸງສິມວັດນາຄານິມິດໂພນສັນ ແຂວງບໍລິຄຳໄຊ ແລະ ວັດມະຫັນຕະເສຕຸກາຣາມ ນະຄອນຫຼວງວຽງຈັນ. ໂດຍການດຳເນີນໂຄງການດັ່ງກ່າວ, ນອກຈາກຈະກໍ່ໃຫ້ເກີດປະໂຫຍດໃນການສືບຕໍ່ເຜີຍແພ່ພະພຸດທະສາສະໜາທີ່ເປັນປະໂຫຍດແກ່ພຸດທະສາສະນິກະຊົນທັງໃນ ສປປ ລາວ ແລະ ຈາກປະເທດໄທ ທີ່ມັກຈະເດີນທາງມາເຮັດບຸນທີ່ ສປປ ລາວ ແລ້ວ ຍັງເປັນການສົ່ງເສີມ ແລະ ສືບຕໍ່ມິດຕະພາບການພົວພັນລະຫວ່າງໄທ ກັບ ສປປ ລາວ ໂດຍສະເພາະໃນລະດັບປະຊາຊົນ ແລະ ຊຸມຊົນຕື່ມອີກດ້ວຍ.