เมื่อวันที่ 16 กันยายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมอำลา นายบุนขวาง ทะวีสัก รองประธานศาลประชาชนสูงสุด สปป.ลาว เนื่องในโอกาสที่จะพ้นจากตำแหน่งในปลายเดือนกันยายน 2568 ทั้งสองฝ่ายได้แลกเปลี่ยนความคิดเห็นเกี่ยวกับความร่วมมือด้านกฎหมายและกระบวนการยุติธรรม โดยเฉพาะความร่วมมือระหว่างศาลประชาชนสูงสุด สปป.ลาว และศาลปกครองสูงสุดของไทย ซึ่ง สปป.ลาว ประสบความสำเร็จในการจัดตั้งคณะศาลปกครองในศาลประชาชนสูงสุดเมื่อปี 2564 และได้สานต่อความร่วมมือผ่านกิจกรรมต่าง ๆ ในโอกาสครบรอบ 75 ปี ความสัมพันธ์ทางการทูตไทย–ลาว เช่น การสัมมนาวิชาการด้านกฎหมายปกครอง และการแลกเปลี่ยนบทเรียนด้านการดำเนินคดีปกครอง
นอกจากนี้ ทั้งสองฝ่ายยังได้หารือเกี่ยวกับการพัฒนาศักยภาพบุคลากรด้านกฎหมายของ สปป.ลาว การเสริมสร้างความร่วมมือระหว่างองค์กรตุลาการของทั้งสองฝ่าย ตลอดจนการสร้างความตระหนักรู้ในระดับประชาชนเกี่ยวกับกฎหมายของแต่ละประเทศ เพื่อป้องกันปัญหาการละเมิดกฎหมายของพลเมืองที่เดินทางไปมาหาสู่กันอย่างต่อเนื่อง
ເມື່ອວັນທີ 16 ກັນຍາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມອຳລາ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ສປປ ລາວ ເນື່ອງໃນໂອກາດທີ່ຈະສິ້ນສຸດວາລະຕຳແໜ່ງໃນທ້າຍເດືອນກັນຍາ 2025. ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມມືດ້ານກົດໝາຍ ແລະ ຂະບວນການຍຸຕິທຳ ໂດຍສະເພາະການຮ່ວມມືລະຫວ່າງສານປະຊາຊົນສູງສຸດ ສປປ ລາວ ແລະ ສານປົກຄອງສູງສຸດຂອງໄທ ທີ່ປະສົບຜົນສຳເລັດໃນການຈັດຕັ້ງຄະນະສານປົກຄອງ ໃນສານປະຊາຊົນສູງສຸດ ສປປ ລາວ ແລະ ສືບຕໍ່ການຮ່ວມມືຜ່ານກິດຈະກຳຕ່າງໆ ໃນໂອກາດຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ເຊັ່ນ: ການສຳມະນາວິຊາການດ້ານກົດໝາຍປົກຄອງ ແລະ ການແລກປ່ຽນບົດຮຽນການດຳເນີນຄະດີປົກຄອງ.
ນອກຈາກນັ້ນ ທັງສອງຝ່າຍ ຍັງໄດ້ຫາລືກ່ຽວກັບການພັດທະນາສັກກາຍະພາບບຸກຄະລາກອນດ້ານກົດໝາຍ ຂອງ ສປປ ລາວ, ການສົ່ງເສີມການຮ່ວມມືລະຫວ່າງອົງການຕຸລາການຂອງສອງຝ່າຍ, ພ້ອມທັງການສ້າງຄວາມຮັບຮູ້ໃນລະດັບປະຊາຊົນ ກ່ຽວກັບກົດໝາຍຂອງແຕ່ລະປະເທດ ເພື່ອປ້ອງກັນການລະເມີດກົດໝາຍຂອງພົນລະເມືອງທີ່ເດີນທາງໄປມາຫາສູ່ກັນຢ່າງຕໍ່ເນື່ອງ.