เอกอัครราชทูต ทีมประเทศไทย และข้าราชการสถานเอกอัครราชทูต ณ เวียงจันทน์ จัดกิจกรรมเฉลิมพระเกียรติสมเด็จพระนางเจ้าสิริกิติ์ พระบรมราชินีนาถ พระบรมราชชนนีพันปีหลวง เนื่องในโอกาสวันเฉลิมพระชนมพรรษา วันที่ ๑๒ สิงหาคม ๒๕๖๘
เอกอัครราชทูต ทีมประเทศไทย และข้าราชการสถานเอกอัครราชทูต ณ เวียงจันทน์ จัดกิจกรรมเฉลิมพระเกียรติสมเด็จพระนางเจ้าสิริกิติ์ พระบรมราชินีนาถ พระบรมราชชนนีพันปีหลวง เนื่องในโอกาสวันเฉลิมพระชนมพรรษา วันที่ ๑๒ สิงหาคม ๒๕๖๘
วันที่นำเข้าข้อมูล 12 ส.ค. 2568
วันที่ปรับปรุงข้อมูล 13 ส.ค. 2568
ເອກອັກຄະຣາຊະທູດ, ທີມປະເທດໄທ ແລະ ຂ້າຣາຊະການສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດ ກິດຈະກຳສະເຫຼີມພະກຽດສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ວັນທີ 12 ສິງຫາ 2025
ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຫົວໜ້າສຳນັກງານທີມປະເທດໄທ, ຂ້າຣາຊະການສະຖານເອກອັກຄະຣາຊະທູດ ແລະ ຄູ່ສົມຣົດ ຈັດກິດຈະກຳສະເຫຼີມພະກຽດສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ວັນທີ 12 ສິງຫາ 2025 ປະກອບດ້ວຍ:
- ພິທີທຳບຸນໃສ່ບາດ ເວລາ 07:50 ໂມງ. ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຫົວໜ້າສຳນັກງານທີມປະເທດໄທ, ຂ້າຣາຊະການສະຖານເອກອັກຄະຣາຊະທູດ ແລະ ຄູ່ສົມຣົດ ຈັດພິທີທຳບຸນໃສ່ບາດພະພິຂຸສົງ 10 ອົງ ຈາກວັດອົງຕື້ ມະຫາວິຫານ ທີ່ທຳນຽບເອກອັກຄະຣາຊະທູດ ເພື່ອຖວາຍເປັນພະຣາດຊະກຸສົນແດ່ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ.
- ຖວາຍພະພອນໄຊມຸງຄຸນ ເວລາ 08:30 ໂມງ. ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ນຳຫົວໜ້າສຳນັກງານທີມປະເທດໄທ, ຂ້າຣາຊະການສະຖານເອກອັກຄະຣາຊະທູດ ແລະ ຄູ່ສົມຣົດ ຖວາຍເຄື່ອງຣາດສັກກາລະ, ຈູດທຽນຖວາຍພະພອນໄຊມຸງຄຸນ ແລະ ຂາບບັງຄົມທູນຖວາຍພະພອນໄຊມຸງຄຸນ ທີ່ທຳນຽບເອກອັກຄະຣາຊະທູດ. ຈາກນັ້ນ, ເອກອັກຄະຣາຊະທູດ ແລະ ຜູ້ເຂົ້າຮ່ວມພິທີ ລົງນາມຖວາຍພະພອນເນື່ອງໃນໂອກາດມະຫາມຸງຄຸນນີ້ດ້ວຍ.
- ກິດຈະກຳຈິດອາສາ ເວລາ 10:30 ໂມງ. ສະຖານເອກອັກຄະຣາຊະທູດ ຈັດກິດຈະກຳຈິດອາສາ ມອບງົບປະມານສະໜັບສະໜູນຈຳນວນ 100,000 ບາດ ໃຫ້ແກ່ມູນນິທິຈີນ ນະຄອນຫຼວງວຽງຈັນ. ເພື່ອເສີມສ້າງສັກກາຍະພາບ ແລະ ຄວາມພ້ອມຂອງມູນນິທີໃນການໃຫ້ການຊ່ວຍເຫຼືອແກ່ກຸ່ມອ່ອນໄຫວໃນ ສປປ ລາວ ລວມເຖິງ, ຄົນໄທທີ່ຂາດເຂີນຕົກທຸກໄດ້ຍາກໃຫ້ໄດ້ຮັບການຊ່ວຍເຫຼືອທີ່ຈຳເປັນເມື່ອເສຍຊີວິດໃນ ສປປ ລາວ ໂດຍທ່ານ ອ່າງ ຫານວິຈິດ ປະທານມູນນິທີຈີນ ນະຄອນຫຼວງວຽງຈັນ ໄດ້ກ່າວສະແດງຄວາມຂອບໃຈ ສະຖານເອກອັກຄະຣາຊະທູດ ແລ ໜ່ວຍງານທີ່ທີີມປະເທດໄທ ທີ່ໃຫ້ການສະໜັບສະໜູນດັ່ງກ່າວດ້ວຍ.
ມູນນິທີຈີນ ນະຄອນຫຼວງວຽງຈັນ ໃຫ້ການຊ່ວຍເຫຼືອປະຊາຊົນຄົນລາວ ແລະ ຄົນຕ່າງປະເທດທີ່ທຸກຍາກຂາດເຂີນ ໂດຍບໍ່ຄິດຄ່າໃຊ້ຈ່າຍ ລວມເຖິງ, ໃຫ້ການຊ່ວຍເຫຼືອຄົນໄທ ທີ່ເສຍຊີວິດໃນ ສປປ ລາວ ໂດຍມີໂລງເຢັນເກັບຮັກສາສົບ ແລະ ເຕົາເຜົາສົບໃຫ້ບໍລິການປະຊາຊົນ ໂດຍບໍ່ເກັບຄ່າໃຊ້ຈ່າຍໃນກໍລະນີທີ່ຍາດພີ່ນ້ອງຂອງຜູ້ເສຍຊີວິດລຳບາກຂາດເຂີນ. ນອກຈາກນີ້, ມູນນິທິຈີນ ຍັງໄດ້ສະໜັບສະໜູນພາລະກິດຂອງສະຖານເອກອັກຄະຣາຊະທູດ ດ້ວຍດີມາຕະຫຼອດ.
รูปภาพประกอบ
รูปภาพประกอบ
Royal Thai Embassy, Vientiane Lao PDR