เมื่อวันที่ 7 สิงหาคม 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมอำลาและปรึกษาหารือเกี่ยวกับความร่วมมือทวิภาคีไทย-สปป.ลาว กับนายคำผะหยา พมปันยา รองเจ้าแขวงบ่อแก้ว ในโอกาสที่จะพ้นจากตำแหน่งในช่วงปลายเดือนกันยายน 2568 โดยมีนายจุลวัจน์ นรินทรางกูร ณ อยุธยา อธิบดีกรมความร่วมมือระหว่างประเทศ (TICA) และคณะเจ้าหน้าที่กรม TICA และสถานเอกอัครราชทูตฯ เข้าร่วมด้วย โดยเอกอัครราชทูตฯ ขอบคุณการสนับสนุนจากแขวงบ่อแก้วตลอดระยะเวลาที่ปฏิบัติหน้าที่ใน สปป.ลาว ซึ่งได้เดินทางเยือนครบทุกแขวงของ สปป.ลาว และได้เยือนแขวงบ่อแก้วถึง 2 ครั้ง ทั้งสองฝ่ายได้ปรึกษาหารือเกี่ยวกับปัญหาหมอกควันข้ามแดนและผลการติดตั้งห้องสถานการณ์ติดตามไฟป่าที่ฝ่ายไทยส่งมอบเมื่อเดือนสิงหาคม 2567 สถานการณ์น้ำท่วมในแขวงบ่อแก้ว ปัญหาอาชญากรรมทางเทคโนโลยี และโครงการความร่วมมือเพื่อการพัฒนาในแขวงบ่อแก้ว ได้แก่ โครงการศูนย์เรียนรู้เพื่อการพัฒนาเกษตรแบบยั่งยืนตามแนวทางปรัชญาของเศรษฐกิจพอเพียง ณ โรงเรียนเทคนิค-วิชาชีพ แขวงบ่อแก้ว ซึ่งจะมีพิธีเปิดและพิธีส่งมอบโครงการในวันที่ 7 สิงหาคม 2568 การสนับสนุนบุคลากรของแขวงบ่อแก้วไปฝึกอบรมด้านการแพทย์และพยาบาลในไทย รวมถึงการสนับสนุนเครื่องปั่นไฟฟ้าและงบประมาณสำหรับปรับปรุงจุดรับซื้อใบชาและโกดังเก็บชาของสหกรณ์ผู้ผลิตชาเมืองเมิง ซึ่งเป็นส่วนหนึ่งของการเฉลิมฉลองครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทยกับ สปป.ลาว
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ.
ເມື່ອວັນທີ 7 ສິງຫາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມອຳລາ ແລະ ຫາລືກ່ຽວກັບການຮ່ວມມືທະວິພາຄິ ໄທ-ສປປ ລາວ ກັບທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ໃນໂອກາດທີ່ຈະພົ້ນຈາກຕໍາແໜ່ງໃນຊ່ວງໄລຍະທ້າຍເດືອນກັນຍາ 2025 ໂດຍມີທ່ານ ຈຸນລະວັດ ນະຣິນທະຣາງກູນ ນະ ອະຍຸດທະຍາ ຫົວໜ້າກົມຄວາມຮ່ວມມືລະຫວ່າງປະເທດ (TICA) ແລະ ຄະນະເຈົ້າໜ້າທີ່ກົມ (TICA) ແລະ ສະຖານເອກອັກຄະຣາຊະທູດ ເຂົ້າຮ່ວມດ້ວຍ. ໂດຍເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈການສະໜັບສະໜູນຈາກແຂວງບໍ່ແກ້ວ ຕະຫຼອດຊ່ວງໄລຍະເວລາທີ່ປະຕິບັດໜ້າທີ່ໃນ ສປປ ລາວ ຊຶ່ງໄດ້ເດີນທາງໄປຢ້ຽມເຍືອນຄົບທຸກແຂວງໃນ ສປປ ລາວ ແລະ ໄດ້ເດີນທາງເຍືອນແຂວງບໍ່ແກ້ວເຖິງ 2 ຄັ້ງ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ຫາລືກ່ຽວກັບບັນຫາໝອກຄວັນຂ້າມແດນ ແລະ ຜົນສຳເລັດຂອງການຕິດຕັ້ງຫ້ອງຕິດຕາມສະຖານະການໄຟປ່າ ທີ່ຝ່າຍໄທສົ່ງມອບເມື່ອເດືອນສິງຫາ 2025, ສະຖານະການນ້ຳຖ້ວມໃນແຂວງບໍ່ແກ້ວ, ບັນຫາອາດຊະຍາກຳທາງເຕັກໂນໂລຊີ ແລະ ໂຄງການຮ່ວມມືເພື່ອການພັດທະນາໃນແຂວງບໍ່ແກ້ວ ໄດ້ແກ່: ໂຄງການສູນການຮຽນຮູ້ເພື່ອການພັດທະນາກະເສດແບບຍືນຍົງຕາມແນວທາງປັດຊະຍາຂອງເສດຖະກິດພໍພຽງ ທີ່ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ. ຊຶ່ງຈະມີພິທີເປີດ ແລະ ສົ່ງມອບໂຄງການໃນວັນທີ 7 ສິງຫາ 2025, ການສະໜັບສະໜູນບຸກຄະລາກອນຂອງແຂວງບໍ່ແກ້ວ ໄປຝຶກອົບຮົມດ້ານການແພດ ແລະ ພະຍາບານໃນໄທ. ລວມເຖິງ, ການສະໜັບສະໜູນເຄື່ອງປັ່ນໄຟຟ້າ ແລະ ງົບປະມານສຳລັບປັບປຸງຈຸດຮັບຊື້ໃບຊາ ແລະ ໂຮງເກັບຊາຂອງສະຫະກອນຜູ້ຜະລິດຊາເມືອງເມິງ ຊຶ່ງຖືເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ກັບ ສປປ ລາວ ຄົບຮອບ 75 ປີ.