การมอบเงินสนับสนุนโครงการสร้างห้องน้ำวัดทองทิบพัดทะนาราม แขวงบ่อแก้ว

การมอบเงินสนับสนุนโครงการสร้างห้องน้ำวัดทองทิบพัดทะนาราม แขวงบ่อแก้ว

วันที่นำเข้าข้อมูล 20 ส.ค. 2567

วันที่ปรับปรุงข้อมูล 20 ส.ค. 2567

| 55 view

เมื่อวันที่ 5 สิงหาคม 2567 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ มอบงบประมาณสนับสนุนโครงการสร้างห้องน้ำสำหรับวัดทองทิบพัดทะนาราม บ้านใหญ่ต้นผึ้ง เมืองต้นผึ้ง แขวงบ่อแก้ว สปป. ลาว จำนวน 100,000.- บาท โดยมีพระอาจารย์คำพัน ปันยาลัด เจ้าอาวาสวัดทองทิบพัดทะนาราม เป็นผู้รับมอบ

วัดทองทิบพัดทะนาราม ตั้งชื่อตามพระเจ้าทองทิบ ซึ่งเป็นพระพุทธรูปเก่าแก่คู่บ้านคู่เมืองของเมืองต้นผึ้ง แขวงบ่อแก้ว  สร้างขึ้นเมื่อปี จ.ศ. 885 (หรือ พ.ศ. 2036)  และเป็นที่ประดิษฐานพระเจ้าองค์หลวง ซึ่งเป็นพระพุทธรูปขนาดใหญ่ที่สุดเท่าที่เคยขุดค้นใน สปป. ลาว โดยขุดพบบริเวณริมฝั่งแม่น้ำโขง ที่ดอนผึ้งคำ แขวงบ่อแก้ว เมื่อวันที่ 16 พฤษภาคม 2567 และเมื่อวันที่ 22 พฤษภาคม 2567 ได้มีพิธีแห่เคลื่อนย้ายพระเจ้าองค์หลวงไปประดิษฐาน ณ วัดทองทิบพัดทะนาราม มีพุทธศาสนิกชนเข้าร่วมพิธีดังกล่าวกว่า 12,500 คน นับเป็นเหตุการณ์ประวัติศาสตร์สำคัญของเมืองต้นผึ้ง แขวงบ่อแก้ว

สถานเอกอัครราชทูตฯ สนับสนุนโครงการสร้างห้องน้ำสำหรับวัดทองทิบพัดทะนารามเพื่อส่งเสริมความสัมพันธ์และความร่วมมือด้านศาสนาระหว่างไทยกับ สปป.ลาว โดยเป็นกิจกรรมภายใต้โครงการส่งเสริมความร่วมมือด้านพระพุทธศาสนากับต่างประเทศที่สถานเอกอัครราชทูตฯ ดำเนินการร่วมกับกรมสารนิเทศ กระทรวงการต่างประเทศแห่งราชอาณาจักรไทย โครงการนี้จะช่วยอำนวยความสะดวกให้แก่ประชาชน รวมถึงนักท่องเที่ยวที่จะเดินทางมาสักการะบูชาพระเจ้าองค์หลวง และเยี่ยมชมวัดทองทิบพัดทะนาราม โดยเป็นส่วนหนึ่งของการสนับสนุนปีท่องเที่ยวลาว 2024 จากประเทศไทย

ການມອບເງິນສະໜັບສະໜູນໂຄງການສ້າງຫ້ອງນ້ຳວັດທອງທິບພັດທະນາຣາມ ແຂວງບໍ່ແກ້ວ.

ເມື່ອວັນທີ 5 ສິງຫາ 2024 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ມອບເງິນງົບປະມານໂຄງການສ້າງຫ້ອງນ້ຳສຳລັບວັດທອງທິບພັດທະນາຣາມ ບ້ານໃຫຍ່ຕົ້ນເຜິ້ງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ສປປ ລາວ ຈຳນວນ 100,000 ບາດ. ໂດຍມີພະອາຈານຄຳພັນ ປັນຍາລັດ ເຈົ້າອາວາດວັດທອງທິບພັດທະນາຣາມ ເປັນຜູ້ຮັບມອບ.

ວັດທອງທິບພັດທະນາຣາມ ຕັ້ງຊື່ຕາມພະເຈົ້າທອງທິບ ຊຶ່ງເປັນພະພຸດທະຮູບເກົ່າແກ່ຄູ່ບ້ານຄູ່ເມືອງຂອງເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.​ ສ້າງຂຶ້ນເມື່ອປີ ຈ.ສ 885 (ຫຼື ພ.ສ 2036) ແລະ ເປັນທີ່ປະດິດສະຖານພະເຈົ້າອົງຫຼວງ ຊຶ່ງເປັນພະພຸດທະຮູບຂະໜາດໃຫຍ່ທີ່ສຸດເທົ່າທີ່ເຄີຍຂຸດຄົ້ນໃນ ສປປ ລາວ. ໂດຍຂຸດພົບບໍລິເວນແຄມຝັ່ງແມ່ນ້ຳຂອງ ທີ່ດອນເຜິ້ງຄຳ ແຂວງບໍ່ແກ້ວ ເມື່ອວັນທີ 16 ພຶດສະພາ 2024 ແລະ ເມື່ອວັນທີ 22 ພຶດສະພາ 2024 ໄດ້ມີພິທີແຫ່ເຄື່ອນຍ້າຍພະເຈົ້່າອົງຫຼວງໄປປະດິດສະຖານທີ່ວັດທອງທິບພັດທະນາຣາມ ມີພຸດທະສາສະນິກະຊົນເຂົ້າຮ່ວມພິທີດັ່ງກ່າວຫຼາຍກວ່າ 12,500 ຄົນ. ນັບເປັນເຫດການປະຫວັດສາດສຳຄັນຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ສະຖານເອກອັກຄະຣາຊະທູດ ສະໜັບສະໜູນໂຄງການສ້າງຫ້ອງນ້ຳສຳລັບວັດທອງທິບພັດທະນາຣາມ ເພື່ອການສົ່ງເສີມການພົວພັນ ແລະ ການຮ່ວມມືດ້ານສາສະໜາລະຫວ່າງໄທກັບ ສປປ ລາວ ໂດຍເປັນກິດຈະກຳພາຍໃຕ້ໂຄງການສົ່ງເສີມການຮ່ວມມືດ້ານພະພຸດທະສາສະໜາກັບຕ່າງປະເທດ ທີ່ສະຖານເອກອັກຄະຣາຊະທູດ ດຳເນີນການຮ່ວມກັບກົມສາລະນິເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ. ໂຄງການນີ້, ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ລວມເຖິງນັກທ່ອງທ່ຽວທີ່ຈະເດີນທາງມາສັກກາລະບູຊາພະເຈົ້າອົງຫຼວງ ແລະ ຢ້ຽມຊົມວັດທອງທິບພັດທະນາຣາມ ໂດຍເປັນສ່ວນໜຶ່ງຂອງການສະໜັບສະໜູນປີທ່ອງທ່ຽວລາວ 2024 ຈາກປະເທດໄທ.

 

 

 

 

รูปภาพประกอบ

รูปภาพประกอบ