งานฉายภาพยนตร์รอบพิเศษ “หลานม่า”

งานฉายภาพยนตร์รอบพิเศษ “หลานม่า”

วันที่นำเข้าข้อมูล 25 มิ.ย. 2567

วันที่ปรับปรุงข้อมูล 25 มิ.ย. 2567

| 204 view

เมื่อวันที่ 19 มิถุนายน 2567 สถานเอกอัครราชทูต ณ เวียงจันทน์จัดฉายภาพยนตร์รอบพิเศษเรื่อง “หลานม่า” หรือ “ຫຼານແມ່ຕູ້” ณ โรงภาพยนตร์ Major Cineplex สาขาเวียงจันทน์เซ็นเตอร์ โดยมีผู้แทนระดับสูงของ สปป. ลาว ผู้แทนหน่วยงานสื่อมวลชนแขนงต่าง ๆ ของ สปป. ลาว ตลอดจนเพื่อน ๆ ชาวลาวที่ฮักแพงของสถานเอกอัครราชทูตฯ และครอบครัวเข้าร่วมกว่า 300 คน

นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้กล่าวแนะนำภาพยนตร์และแรงบันดาลใจในการสร้างภาพยนตร์ที่เล่าเรื่องวัฒนธรรมครอบครัวและค่านิยมที่เป็นพื้นฐานที่แข็งแกร่งของสังคม โดยนายพัฒน์ บุญนิธิพัฒน์ ผู้กำกับภาพยนตร์นี้จากค่าย GDH ได้เลือกหยิบยกเรื่องราวที่สามารถเกิดขึ้นได้ในชีวิตประจำวันของครอบครัวทั่วไปในเอเชีย และถ่ายทอดความงดงามของความผูกพัน ความรัก ความอบอุ่น ความห่วงใย ความเอื้ออาทรและเมตตา และสถานเอกอัครราชทูตฯ เชื่อว่าผู้ชมภาพยนตร์น่าจะมีประสบการณ์ร่วมกับภาพยนตร์เรื่องนี้อยู่บ้าง หวังว่า นอกจากความบันเทิงแล้ว ผู้ชมจะได้ข้อคิดจากภาพยนตร์ที่จะช่วยส่งเสริมและรักษาค่านิยมและวัฒนธรรมที่งดงามนี้ต่อไป

ภาพยนตร์เรื่อง“หลานม่า” ได้รับการตอบรับเป็นอย่างดีจากผู้ชมใน สปป. ลาว โดยปัจจุบันทำรายได้กว่า 2,000,000,000 กีบ (ประมาณ 2.8 ล้านบาท)

ງານສາຍຮູບເງົາຮອບພິເສດ “ຫຼານແມ່ຕູ້”

ເມື່ອວັນທີ 19 ມິຖຸນາ 2024 ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດສາຍຮູບເງົາຮອບພິເສດເລື່ອງ “ຫຼານແມ່ຕູ້” ທີ່ໂຮງສາຍຮູບເງົາ Major Cineplex ສາຂາວຽງຈັນເຊັນເຕີ ໂດຍມີຜູ້ແທນລະດັບສູງຂອງ ສປປ ລາວ, ຜູ້ແທນໜ່ວຍງານສື່ມວນຊົນຂະແໜງຕ່າງໆຂອງ ສປປ ລາວ ລວມເຖິງໝູ່ເພື່ອນຊາວລາວທີ່ຮັກແພງຂອງສະຖານເອກອັກຄະຣາຊະທູດ ແລະ ຄອບຄົວເຂົ້າຮ່ວມກວ່າ 300 ຄົນ.

ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວແນະນຳຮູບເງົາ ແລະ ແຮງບັນດານໃຈໃນການສ້າງຮູບເງົາທີ່ເລົ່າເລື່ອງວັດທະນະທຳຄອບຄົວ ແລະ ຄ່ານິຍົມທີ່ເປັນພື້ນຖານທີ່ແຂງແກ່ນຂອງສັງຄົມ ໂດຍທ່ານ ພັດ ບຸນນິທິພັດ ຜູ້ກຳກັບຮູບເງົານີ້ຈາກຄ້າຍ GDH ໄດ້ເລືອກຍົກເລື່ອງລາວທີ່ສາມາດເກີດຂຶ້ນໄດ້ໃນຊີວິດປະຈຳວັນຂອງຄອບຄົວທົ່ວໄປໃນອາຊີ ແລະ ຖ່າຍທອດຄວາມຜູກພັນ, ຄວາມຮັກ, ຄວາມອົບອຸ່ນ, ຄວາມຫ່ວງໃຍ, ຄວາມເອື້ອຍເຟື້ອຍເມດຕາ ແລະ ສະຖານເອກອັກຄະຣາຊະທູດ ເຊື່ອວ່າຜູ້ຊົມຮູບເງົາໜ້າຈະມີປະສົບການຮ່ວມກັບຮູບເງົາເລື່ອງນີ້ບໍ່ຫຼາຍກໍໜ້ອຍ ແລະ ຫວັງວ່ານອກຈາກຄວາມບັນເທິງແລ້ວ, ຜູ້ຊົມຈະໄດ້ຂໍ້ຄິດຈາກຮູບເງົາທີ່ຈະຊ່ວຍສົ່ງເສີມ ແລະ ຮັກສາຄ່ານິຍົມວັດທະນະທຳທີ່ງົດງາມນີ້ຕໍ່ໄປ.

ຮູບເງົາເລື່ອງ “ຫຼານແມ່ຕູ້” ໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ຊົມໃນ ສປປ ລາວ ໂດຍປັດຈຸບັນ, ສ້າງລາຍໄດ້ກວ່າ 2,000,000,000 ກີບ (ປະມານ 2,8 ລ້ານບາດ).

 

รูปภาพประกอบ

รูปภาพประกอบ