เมื่อวันที่ 13 มี.ค. 2568 สอท. ณ เวียงจันทน์ ร่วมกับกระทรวงอุตสาหกรรมและการค้า กระทรวงการเงินและธนาคารแห่ง สปป. ลาว ร่วมเป็นเจ้าภาพจัดงานเสวนาวิชาการด้านเศรษฐกิจ เนื่องในโอกาสการเฉลิมฉลองครบรอบ 75 ปี การสถาปนาความสัมพันธ์ทางการทูตไทย-สปป. ลาว ในหัวข้อ “ความสำคัญของสินเชื่อขนาดเล็ก (Micro Credit) และบริการทางการเงินขนาดย่อย (Microfinance) สำหรับธุรกิจ SMEs" ณ โรงแรม DoubleTree by Hilton นครหลวงเวียงจันทน์
โดยการหารือแบ่งออกเป็นสองส่วน ประกอบด้วย การแบ่งปันมุมมองและข้อสังเกตจากหน่วยงานที่เกี่ยวข้อง และ การแบ่งปันประสบการณ์และแนวทางการส่งเสริมที่เป็นประโยชน์ จากวิทยากรผู้เชี่ยวชาญ ตัวแทนจากภาคส่วนที่เกี่ยวข้อง ประกอบด้วย (1) สนง. จุลวิสาหกิจและ SMEs กระทรวงอุตสาหกรรมและการค้า
(2) กรมส่วยสาอากร กระทรวงการเงิน (3) กรมคุ้มครองธนาคารธุรกิจ ธนาคารแห่ง สปป. ลาว (4) สมาคม MSMEs สปป. ลาว (5) ธนาคาร SME Development Bank และ (6) ธกส. จากประเทศไทย
งานเสวนาวิชาการด้านเศรษฐกิจในครั้งนี้เป็นงานเสวนาฯ ครั้งแรกจากจำนวน 4 ครั้งที่จะจัดขึ้นใน สปป. ลาว ตลอดปี 2568 เพื่อร่วมเฉลิมฉลองครบรอบ 75 ปี การสถาปนาความสัมพันธ์ทางการทูตไทย-สปป. ลาว ซึ่งได้รับการตอบรับเป็นอย่างดีและมีผู้เข้าร่วมจากภาคส่วนที่เกี่ยวข้องจากภาครัฐและเอกชนไทย
และ สปป. ลาว กว่า 200 คน
ກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 1 ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ - ລາວ
ເມື່ອວັນທີ 13 ມີນາ 2025 ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ ໄດ້ຮ່ວມກັນເປັນເຈົ້າພາບຈັດກິດຈະກຳສຳມະນາວິຊາການດ້ານເສດຖະກິດ ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ - ລາວ ໃນຫົວຂໍ້ “ຄວາມສຳຄັນຂອງສິນເຊື່ອ (Micro Credit) ແລະ ບໍລິການການເງິນຈຸລະພາກ (Microfinance) ສຳລັບຈຸລະວິສາຫະກິດ, ວິສາຫະສາກິດຂະໜາດນ້ອຍ ແລະ ກາງ” ທີ່ ໂຮງແຮມດັບເບີທຣີ (DoubleTree by Hilton Vientiane) ນະຄອນຫຼວງວຽງຈັນ.
ໂດຍການແລກປ່ຽນຫາລືໄດ້ຈັດແບ່ງເປັນສອງສ່ວນ ປະກອບດ້ວຍ ການແລກປ່ຽນມຸມມອງ ແລະ ຂໍ້ສັງເກດຈາກໜ່ວຍງານທີ່ກ່ຽວຂ້ອງ ແລະ ການແລກປ່ຽນປະສົບການ ແລະ ແນວທາງໃນການສົ່ງເສີມທີ່ເປັນປະໂຫຍດຈາກສຳມະກອນຜູ້ຊ່ຽວຊານຕົວແທນຈາກໜ່ວຍງານທີ່ກ່ຽວຂ້ອງ ປະກອບດ້ວຍ(1) ສຳນັກງານ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, (2) ກົມສ່ວຍສາອາກອນ, ກະຊວງການເງິນ, (3) ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານ ແຫ່ງ ສປປ ລາວ, (4) ສະມາຄົມ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ລາວ, (5) ທະນາຄານພັດທະນາວິສາຫະກິດຂະໜາດກາງ ແລະ ຂະໜາດຍ່ອມ SME Development Bank ຈາກປະເທດໄທ, ແລະ (6) ທະນາຄານກະສິກອນໄທ ຈາກປະເທດໄທ.
ກິດຈະກຳສຳມະນາວິຊາການດ້ານເສດຖະກິດຯ ໃນຄັ້ງນີ້ເປັນກິດຈະກຳຄັ້ງທຳອິດຈາກທັງໝົດ 4 ຄັ້ງທີ່ຈະຈັດຂື້ນໃນ ສປປ ລາວ ຕະຫຼອດປີ 2025 ນີ້ ເພື່ອຮ່ວມສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ - ລາວ ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີ ແລະ ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຈາກພາກລັດ ແລະ ເອກະຊົນໄທ ແລະ ສປປ ລາວຫຼາຍກວ່າ 200 ຄົນ.