เมื่อวันที่ 26 มิถุนายน 2568 นางสาวจิรัสยา พีรานนท์ อัครราชทูต เป็นผู้แทนสถานเอกอัครราชทูต ณ เวียงจันทน์ มอบเงินจำนวน 75,000 บาท ให้แก่สหพันธ์จักรยานคนพิการแห่งชาติลาว เพื่อสนับสนุนการดำเนินการตามแผนงานของสหพันธ์ฯ ประจำปี 2568 ซึ่งรวมถึงการฝึกซ้อมและการเก็บตัวนักกีฬา การเข้าร่วมการฝึกซ้อมตามคำเชิญของสมาคมกีฬาจักรยานคนพิการไทยที่ จ. เชียงใหม่ การเข้าร่วมฝึกอบรมครูฝึกและนักกีฬาที่เกาหลีใต้ การเข้าร่วมการแข่งขันเพื่อรับการคัดเลือกเป็นตัวแทนประเทศในการแข่งขันอาเซียนพาราเกมส์ที่ประเทศไทยจะเป็นเจ้าภาพที่ จ. นครราชสีมา โดยมีนางมะนิดดา สิดทิมอละดา ประธานสหพันธ์ฯ และผู้ประสานงานประจำประเทศ โครงการอาสาสมัครสหประชาชาติ ประจำ สปป. ลาว และนายสิดทิพน ผาสุก เลขาธิการและผู้ประสานงานสหพันธ์จักรยานคนพิการแห่งชาติลาวเป็นผู้แทนรับมอบ ทั้งนี้ การสนับสนุนดังกล่าวเป็นส่วนหนึ่งของกิจกรรมเฉลิมฉลองครบรอบ 75 ปี ของการสถาปนาความสัมพันธ์ทางการทูตระหว่างไทยกับ สปป. ลาว ซึ่งจะส่งเสริมสิทธิและสร้างแรงบันดาลใจแก่ผู้พิการ ตลอดจนเยาวชนสปป.ลาว ด้วย
ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະໜັບສະໜູນງົບປະມານແກ່ສະຫະພັນລົດຖີບຄົນພິການແຫ່ງຊາດລາວ.
ເມື່ອວັນທີ 26 ມິຖຸນາ 2025 ທ່ານນາງ ຈິຣັດສະຍາ ພີຣານົນ ອັກຄະຣາຊະທູດ ເປັນຜູ້ແທນສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ມອບເງິນຈຳນວນ 75,000 ບາດ ໃຫ້ແກ່ສະຫະພັນລົດຖີບຄົນພິການແຫ່ງຊາດລາວ ເພື່ອສະໜັບສະໜູນການດຳເນີນການຕາມແຜນງານຂອງສະຫະພັນ ປະຈຳປີ 2025 ເຊິ່ງລວມເຖິງການຝຶກຊ້ອມ ແລະ ເກັບຕົວຂອງນັກກິລາ, ການເຂົ້າຮ່ວມການຝຶກຊ້ອມຕາມຄຳເຊີນຂອງສະມາຄົມກິລາລົດຖີບຄົນພິການໄທ ທີ່ຈັງຫວັດຊຽງໃໝ່, ການເຂົ້າຮ່ວມຝຶກອົບຮົມຄູຝຶກ ແລະ ນັກກິລາທີ່ເກົາຫລີໃຕ້, ການເຂົ້າຮ່ວມການແຂ່ງຂັນເພື່ອຮັບການຄັດເລືອກເປັນໂຕແທນປະເທດໃນການແຂ່ງຂັນອາຊຽນພາລາເກມ ທີ່ປະເທດໄທເປັນເຈົ້າພາບ ທີ່ຈັງຫວັດນະຄອນຣາຊະສີມາ. ໂດຍມີທ່ານນາງ ມະນິດດາ ສິດທິມໍລະດາ ປະທານສະຫະພັນ ແລະ ຜູ້ປະສານງານປະຈຳປະເທດໂຄງການອາສາສະມັກສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ທ່ານ ສິດທິພົນ ຜາສຸກ ເລຂາທິການ ແລະ ຜູ້ປະສານງານສະຫະພັນລົດຖີບຄົນພິການແຫ່ງຊາດລາວ ເປັນຜູ້ແທນຮັບມອບ. ທັງນີ້, ການສະໜັບສະໜູນດັ່ງກ່າວ ເປັນສ່ວນໜຶ່ງຂອງກິດຈະກຳການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ-ສປປ ລາວ ຄົບຮອບ 75 ປີ. ເຊິ່ງຈະສົ່ງເສີມສິດທິ ແລະ ສ້າງແຮງບັນດານໃຈໃຫ້ແກ່ຜູ້ພິການ ລວມທັງ, ເຍົາວະຊົນ ສປປ ລາວ ອີກດ້ວຍ.