สถานเอกอัครราชทูต ณ เวียงจันทน์ จัดกิจกรรมเนื่องในวันปิยมหาราช ๒๓ ตุลาคม ๒๕๖๘

สถานเอกอัครราชทูต ณ เวียงจันทน์ จัดกิจกรรมเนื่องในวันปิยมหาราช ๒๓ ตุลาคม ๒๕๖๘

วันที่นำเข้าข้อมูล 23 ต.ค. 2568

วันที่ปรับปรุงข้อมูล 23 ต.ค. 2568

| 24 view

นางสาวจิรัสยา พีรานนท์ อุปทูตฯ สถานเอกอัครราชทูต ณ เวียงจันทน์ หัวหน้าทีมประเทศไทย ข้าราชการสถานเอกอัครราชทูต ณ เวียงจันทน์ พร้อมคู่สมรส จัดกิจกรรมเนื่องในวันปิยมหาราช ๒๓ ตุลาคม ๒๕๖๘ ประกอบด้วย
๑. พิธีทำบุญตักบาตร อุปทูตฯ พร้อมด้วยหัวหน้าทีมประเทศไทย ข้าราชการสถานเอกอัครราชทูตฯ และคู่สมรส จัดพิธีทำบุญตักบาตรพระภิกษุสงฆ์ ๙ รูป ณ ทำเนียบเอกอัครราชทูต เพื่อถวายเป็นพระราชกุศลแด่พระบาทสมเด็จพระจุลจอมเกล้าเจ้าอยู่หัว โดยมีพระอาจารย์ ดร. พวงประเสริฐ ภูมิวงษ์ เจ้าอาวาสวัดองค์ตื้อวรมหาวิหารและผู้อำนวยการวิทยาลัยสงฆ์องค์ตื้อ เป็นประธานฝ่ายสงฆ์
๒. พิธีวางพวงมาลาถวายราชสักการะ อุปทูตฯ นำหัวหน้าทีมประเทศไทย ข้าราชการสถานเอกอัครราชทูตฯ และคู่สมรส ถวายความเคารพเบื้องหน้าพระบรมฉายาลักษณ์ วางพวงมาลาถวายราชสักการะ และกล่าวถวายราชสดุดีน้อมรำลึกในพระมหากรุณาธิคุณของพระบาทสมเด็จพระจุลจอมเกล้าเจ้าอยู่หัว หลังจากนั้น ผู้เข้าร่วมพิธีได้ยืนสงบนิ่งเป็นเวลา ๕๗ วินาที เพื่อน้อมรำลึกในพระมหากรุณาธิคุณของพระบาทสมเด็จพระจุลจอมเกล้าเจ้าอยู่หัว
๓. กิจกรรมจิตอาสาบำเพ็ญสาธารณประโยชน์ อุปทูตฯ หัวหน้าทีมประเทศไทย ข้าราชการสถานเอกอัครราชทูตฯ และคู่สมรส จัดกิจกรรมจิตอาสาบำเพ็ญสาธารณประโยชน์และบำเพ็ญพระราชกุศล โดยร่วมเลี้ยงอาหารกลางวันนักเรียนและอาจารย์โรงเรียนผู้พิการทางสายตา นครหลวงเวียงจันทน์ จำนวน ๔๔ คน ในโอกาสนี้ บริษัท พีทีที (ลาว) จำกัด ได้ร่วมสนับสนุนเครื่องดื่ม จำนวน ๖๐ แก้ว โดยนายพีรเวท ณ ระนอง กรรมการผู้จัดการบริษัท พีทีที (ลาว) จำกัด ได้เข้าร่วมเลี้ยงอาหารกลางวันที่โรงเรียนผู้พิการทางสายตา นครหลวงเวียงจันทน์ ด้วย

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດກິດຈະກຳເນື່ອງໃນວັນປິຍະມະຫາຣາດ 23 ຕຸລາ 2025.

ທ່ານນາງ ຈິຣັດສະຍາ ພີຣານົນ ອຸປະທູດສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ຫົວໜ້າທີມປະເທດໄທ, ຂ້າຣາຊະການສະຖານເອກອັກຄະຣາຊະທູດ ປະຈຳ ສປປ ລາວ ພ້ອມດ້ວຍຄູ່ສົມຣົດ ຈັດກິດຈະກຳເນື່ອງໃນວັນປິຍະມະຫາຣາດ 23 ຕຸລາ 2025 ປະກອບດ້ວຍ:

1. ພິທີທຳບຸນໃສ່ບາດ: ອຸປະທູດ ພ້ອມດ້ວຍຫົວໜ້າທີມປະເທດໄທ, ຂ້າຣາຊະການສະຖານເອກອັກຄະຣາຊະທູດ ພ້ອມດ້ວຍຄູ່ສົມຣົດ ຈັດພິທີທຳບຸນໃສ່ບາດແດ່ພະພິຂຸສົງ 9 ອົງ ທີ່ທຳນຽບເອກອັກຄະຣາຊະທູດ ເພື່ອຖວາຍເປັນພະຣາດຊະກຸສົນແດ່ພຣະບາດສົມເດັດພຣະຈຸນຈອມເກົ້າເຈົ້າຢູ່ຫົວ ໂດຍມີພະອາຈານ ປອ. ພວງປະເສີດ ພູມະວົງ ເຈົ້າອາວາດວັດອົງຕື້ ມະຫາວິຫານ ແລະ ເປັນຜູ້ອຳນວຍການວິທະຍາໄລສົງອົງຕື້ ເປັນປະທານຝ່າຍສົງ.
2. ພິທີວາງພວງມາລາຖວາຍຣາດສັກກາຣະ: ອຸປະທູດ ນຳຫົວໜ້າທີມປະເທດໄທ, ຂ້າຣາຊະການສະຖານເອກອັກຄະຣາຊະທູດ ແລະ ຄູ່ສົມຣົດ ຖວາຍຄວາມເຄົາລົບເບື້ອງໜ້າພະບໍຣົມສາຍາລັກ, ວາງພວງມາລາຖວາຍຣາດສັກກາຣະ ແລະ ກ່າວຖວາຍຣາດສະດຸດີນ້ອມລຳລຶກໃນພຣະມະຫາກະລຸນາທິຄຸນແດ່ພຣະບາດສົມເດັດພຣະຈຸນຈອມເກົ້າເຈົ້າຢູ່ຫົວ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມພິທີໄດ້ຢືນສະຫງົບນິ້ງເປັນເວລາ 57 ວິນາທີ ເພື່ອນ້ອມລໍາລຶກໃນພຣະມະຫາກະລຸນາທິຄຸນຂອງແດ່ພຣະບາດສົມເດັດພຣະຈຸນຈອມເກົ້າເຈົ້າຢູ່ຫົວ.
3. ກິດຈະກຳຈິດອາສາບຳເພັນສາທາລະນະປະໂຫຍດ ອຸປະທູດ ນຳຫົວໜ້າທີມປະເທດໄທ, ຂ້າຣາຊະການສະຖານເອກອັກຄະຣາຊະທູດ ແລະ ຄູ່ສົມຣົດ ຈັດກິດຈະກຳຈິດອາສາບຳເພັນສາທາລະນະປະໂຫຍດ ແລະ ບຳເພັນພຣະຣາດຊະກຸສົນ ໂດຍຮ່ວມລ້ຽງອາຫານທ່ຽງແກ່ນັກຮຽນ ແລະ ອາຈານໂຮງຮຽນຜູ້ພິການທາງສາຍຕາ ນະຄອນຫຼວງວຽງຈັນ ຈຳນວນ 44 ຄົນ. ໃນໂອກາດດັ່ງກ່າວ, ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຮ່ວມສະໜັບສະໜູນເຄື່ອງດື່ມ ຈຳນວນ 60 ຈອກ ໂດຍມີທ່ານ ພີຣະເວດ ນະ ຣະນອງ ກຳມະການຜູ້ຈັດການບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ເຂົ້າຮ່ວມລ້ຽງອາຫານທ່ຽງ ທີ່ໂຮງຮຽນຜູ້ພິການທາງສາຍຕາ, ນະຄອນຫຼວງວຽງຈັນ ດ້ວຍ.


รูปภาพประกอบ

รูปภาพประกอบ