เอกอัครราชทูต ณ เวียงจันทน์ เข้าเยี่ยมคารวะนายทองลี สีสุลิด เลขาคณะบริหารงานศูนย์กลางซาวหนุ่มประชาชนปฏิวัติลาว
วันที่นำเข้าข้อมูล 22 ก.ค. 2569
วันที่ปรับปรุงข้อมูล 22 ก.ค. 2569
| 19 view
เมื่อวันที่ 16 กรกฎาคม 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ เข้าเยี่ยมคารวะนายทองลี สีสุลิด เลขาคณะบริหารงานศูนย์กลางซาวหนุ่มประชาชนปฏิวัติลาว เพื่อแนะนำตัวในโอกาสเข้ารับตำแหน่งใหม่ ในโอกาสดังกล่าว ทั้งสองฝ่ายได้ปรึกษาหารือความร่วมมือด้านการส่งเสริมความร่วมมือและการพัฒนาเยาวชนของทั้งสองประเทศ อาทิ การพัฒนาทักษะดิจิทัลและปัญญาประดิษฐ์ให้เยาวชน การสนับสนุนทุนการศึกษาให้แก่บุคลากรของ สปป.ลาว การป้องกันไม่ให้เยาวชนตกเป็นเหยื่อของยาเสพติดและอาชญากรรมออนไลน์ การสร้างความตระหนักรู้และความสามารถในการแยกแยะข่าวที่ถูกบิดเบือนในสังคม การสนับสนุนให้เยาวชนไปฝึกงานในบริษัทของไทยใน สปป.ลาว การสนับสนุนกิจกรรมให้คำปรึกษาด้านสุขภาพจิตแก่เยาวชน การสนับสนุนให้นักเรียนผู้พิการทางการได้ยินเดินทางไปศึกษาดูงานที่ไทย และการปรับปรุงโรงเรียนตามแนวชายแดนไทย-สปป.ลาว
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ໃນວັນທີ 16 ກໍລະກົດ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ເພື່ອແນະນຳຕົວໃນໂອກາດເຂົ້າຮັບຕຳແໜ່ງໃໝ່. ໂດຍໃນໂອກາດດັ່ງກ່າວ, ທັງສອງຝ່າຍ ໄດ້ປຶກສາຫາລືດ້ານການສົ່ງເສີມການຮ່ວມມື ແລະ ການພັດທະນາເຍົາວະຊົນຂອງທັງສອງປະເທດ ເຊັ່ນ: ການພັດທະນາທັກສະດິຈິຕອນ ແລະ ປັນຍາປະດິດໃຫ້ເຍົາວະຊົນ, ການສະໜັບສະໜູນທຶນການສຶກສາໃຫ້ແກ່ບຸກຄະລາກອນຂອງ ສປປ ລາວ, ການປ້ອງກັນບໍ່ໃຫ້ເຍົາວະຊົນຕົກເປັນເຫຍື່ອຂອງຢາເສບຕິດ ແລະ ອາດຊະຍາກຳອອນລາຍ, ການສ້າງຄວາມຮັບຮູ້ ແລະ ຄວາມສາມາດໃນການໄຈ້ແຍກຂ່າວທີ່ບໍ່ມີມູນຄວາມຈິງໃນສັງຄົມ, ການສະໜັບສະໜູນໃຫ້ເຍົາວະຊົນໄປຝືກງານໃນບໍລິສັດຂອງໄທ ໃນ ສປປ ລາວ, ການສະໜັບສະໜູນກິດຈະກຳໃຫ້ຄຳປຶກສາດ້ານສຸຂະພາບຈິດແກ່ເຍົາວະຊົນ, ການສະໜັບສະໜູນໃຫ້ນັກຮຽນຜູ້ພິການທາງການໄດ້ຍິນ ເດີນທາງໄປສຶກສາເບິ່ງວຽກງານທີ່ປະເທດໄທ ແລະ ການປັບປຸງໂຮງຮຽນຕາມແນວຊາຍແດນໄທ - ສປປ ລາວ.
รูปภาพประกอบ
รูปภาพประกอบTOP
สถานเอกอัครราชทูต ณ เวียงจันทน์
Royal Thai Embassy, Vientiane Lao PDR
Royal Thai Embassy, Vientiane Lao PDR
ถนนไกสอน พมวิหาน บ้านสีบุนเฮือง เมืองจันทะบูลี นครหลวงเวียงจันทน์
(+856-21) 214581-3
Email [email protected]