เมื่อวันที่ 1 กันยายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมอำลา นายไซซะนะ โคดพูทอน หัวหน้าองค์การอัยการประชาชนสูงสุด ในโอกาสที่จะพ้นจากตำแหน่งในช่วงปลายเดือนกันยายน 2568 เอกอัครราชทูตฯ ได้แสดงความขอบคุณที่องค์การอัยการประชาชนสูงสุดให้การสนับสนุนกิจกรรมต่าง ๆ ของสถานเอกอัครราชทูตฯ ด้วยดีตลอดมา รวมถึงได้ร่วมกับสถานเอกอัครราชทูตฯ จัดกิจกรรมการพัฒนาศักยภาพบุคลากรด้านกฎหมายในด้านต่าง ๆ อาทิ การป้องกันและปราบปรามการฟอกเงิน การป้องกันและปราบปรามยาเสพติด การดำเนินคดีปกครอง และย้ำว่า สถานเอกอัครราชทูตฯ พร้อมจะร่วมมือกับหน่วยงาน ต่าง ๆ เพื่อสนับสนุนองค์การอัยการประชาชนสูงสุดต่อไป ซึ่งหัวหน้าองค์การอัยการประชาชนสูงสุดได้แสดงความขอบคุณและยินดีที่ความร่วมมือระหว่างองค์การอัยการประชาชนสูงสุดกับสถานเอกอัครราชทูตฯ รวมถึงสำนักงานอัยการสูงสุด ในช่วงที่ผ่านมามีพลวัตสูง และขอบคุณฝ่ายไทยที่ให้ทุนการศึกษาแก่เจ้าหน้าที่อัยการไปศึกษาระดับปริญญาโทด้านกฎหมายระหว่างประเทศที่ไทย
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ເມື່ອວັນທີ 1 ກັນຍາ 2025 ທ່ານນາງ ມໍຣະກົດ ສິສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມອຳລາທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃນໂອກາດທີ່ຈະສິ້ນສຸດຈາກຕໍຳແໜ່ງໃນຊ່ວງທ້າຍເດືອນກັນຍາ 2025. ເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈທີ່ອົງການໄອຍະການປະຊາຊົນສູງສຸດ ໃຫ້ການສະໜັບສະໜູນກິດຈະກຳຕ່າງໆຂອງສະຖານເອກອັກຄະຣາຊະທູດດ້ວຍດີຕະຫຼອດມາ. ລວມເຖິງໄດ້ຮ່ວມກັບສະຖານເອກອັກຄະຣາຊະທູດ ຈັດກິດຈະກຳການພັດທະນາສັກກາຍະພາບບຸກຄະລາກອນດ້ານກົດໝາຍໃນດ້ານຕ່າງໆ ເຊັ່ນ: ການປ້ອງກັນ ແລະ ປາບປາມການຟອກເງິນ, ການປ້ອງກັນ ແລະ ປາບປາມຢາເສບຕິດ, ການດຳເນີນຄະດີປົກຄອງ ພ້ອມທັງເນັ້ນໜັກວ່າສະຖານເອກອັກຄະຣາຊະທູດ ພ້ອມຈະຮ່ວມມືກັບໜ່ວຍງານຕ່າງໆ ເພື່ອສະໜັບສະໜູນອົງການໄອຍະການປະຊາຊົນສູງສຸດຕໍ່ໄປ. ຊຶ່ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກໍໄດ້ສະແດງຄວາມຂອບໃຈ ແລະ ຍິນດີທີ່ຄວາມຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ສະຖານເອກອັກຄະຣາຊະທູດ ລວມເຖິງ, ສຳນັກງານໄອຍະການສູງສຸດໃນຊ່ວງໄລຍະທີ່ຜ່ານມາມີການພັດທະນາຢ່າງກ້າວໜ້າ ແລະ ຂອບໃຈຝ່າຍໄທ ທີ່ໃຫ້ທຶນການສຶກສາແກ່ເຈົ້າໜ້າທີ່ໄອຍະການໄປສຶກສາລະດັບປະລິນຍາໂທດ້ານກົດໝາຍລະຫວ່າງປະເທດທີ່ໄທ.