เอกอัครราชทูต ณ เวียงจันทน์เยือนจังหวัดน่านและเข้าร่วมพิธีเปิดหลักเขตแดนแบบพิเศษ ในวาระครบรอบ 75 ปี การสถาปนาความสัมพันธ์ทางการทูตไทย - ลาว

วันที่นำเข้าข้อมูล 26 มิ.ย. 2569

วันที่ปรับปรุงข้อมูล 26 มิ.ย. 2569

| 25 view
 
นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ได้เดินทางเยือนจังหวัดน่านระหว่างวันที่ 23 - 24 มิถุนายน 2569 โดยในวันที่ 23 มิถุนายน 2569 ได้เข้าเยี่ยมคารวะนายชัยนรงค์ วงศ์ใหญ่ ผู้ว่าราชการจังหวัดน่าน ซึ่งทั้งสองฝ่ายได้หารือในประเด็นการเสริมสร้างความร่วมมือระหว่างจังหวัดน่านกับ สปป.ลาว เนื่องจากจังหวัดน่านมีเขตติดต่อกับแขวงไซยะบูลี ของ สปป.ลาว นอกจากนี้ จังหวัดน่านยังประสงค์ที่จะมีความร่วมมือเมืองมิตรภาพกับแขวงหลวงพระบางอีกด้วย เนื่องจากมีความใกล้ชิดทางด้านวัฒนธรรมและการแลกเปลี่ยนในระดับประชาชน
 
ในวันที่ 24 มิถุนายน 2569 เอกอัครราชทูตฯ ได้เข้าร่วมพิธีเปิดหลักเขตแดนแบบพิเศษ ในวาระครบรอบ 75 ปี การสถาปนาความสัมพันธ์ทางการทูตไทย - ลาว (หลักเขตแดนที่ 3-18) ซึ่งตั้งอยู่บริเวณจุดผ่านแดนถาวรบ้านห้วยโก๋น ระหว่างอำเภอเฉลิมพระเกียรติ จังหวัดน่าน กับเมืองเงิน แขวงไซยะบูลี สปป.ลาว โดยมีนางเอกสิริ ปิณฑรุจิ ปลัดกระทรวงการต่างประเทศไทย และนายอานุพาบ วงหน่อแก้ว รองรัฐมนตรีกระทรวงการต่างประเทศ สปป.ลาว เป็นประธานร่วม ซึ่งการเปิดหลักเขตแดนแบบพิเศษดังกล่าวแสดงถึงความสัมพันธ์ใกล้ชิดของประชาชนทั้งสองประเทศ และความมุ่งมั่นของรัฐบาลของทั้งสองประเทศในการพัฒนาพื้นที่ชายแดนให้เป็นพื้นที่แห่งความมั่นคง มั่งคั่ง และยั่งยืนต่อไป
 
ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ໄປຢ້ຽມຢາມຈັງຫວັດນ່ານ ແລະ ເຂົ້າຮ່ວມພິທີການເປີດຫຼັກໝາຍຊາຍແດນແບບພິເສດ ໃນວາລະຄົບຮອບ 75 ປີ ແຫ່ງການສະຖາປະນາສາຍພົວພັນທາງການທູດ ລາວ - ໄທ
 
​ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມຈັງຫວັດນ່ານ ໃນລະຫວ່າງວັນທີ 23-24 ມິຖຸນາ 2026. ໂດຍໃນວັນທີ 23 ມິຖຸນາ 2026, ທ່ານໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໄຊນະຣົງ ວົງໃຫຍ່ ຜູ້ວ່າຣາຊະການຈັງຫວັດນ່ານ ເຊິ່ງທັງສອງຝ່າຍໄດ້ປຶກສາຫາລືໃນປະເດັນການເສີມສ້າງຄວາມຮ່ວມມືລະຫວ່າງຈັງຫວັດນ່ານ ກັບ ສປປ ລາວ ເນື່ອງຈາກຈັງຫວັດນ່ານມີຊາຍແດນຕິດຈອດກັບແຂວງໄຊຍະບູລີ ຂອງ ສປປ ລາວ. ນອກຈາກນີ້, ຈັງຫວັດນ່ານຍັງຮຽກຮ້ອງຕ້ອງການທີ່ຈະຮ່ວມມືແບບເມືອງມິດຕະພາບກັບແຂວງຫຼວງພະບາງ ເນື່ອງຈາກມີຄວາມໃກ້ຊິດກັນທາງດ້ານວັດທະນະທໍາ ແລະ ການແລກປ່ຽນໃນລະດັບປະຊາຊົນ.
 
​ໃນວັນທີ 24 ມິຖຸນາ 2026, ທ່ານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ເຂົ້າຮ່ວມພິທີການເປີດຫຼັກໝາຍຊາຍແດນແບບພິເສດ ໃນວາລະຄົບຮອບ 75 ປີ ແຫ່ງການສະຖາປະນາສາຍພົວພັນທາງການທູດ ລາວ - ໄທ (ຫຼັກໝາຍຊາຍແດນ ເລກທີ 3-18) ເຊິ່ງຕັ້ງຢູ່ບໍລິເວນດ່ານສາກົນຫ້ວຍໂກນ ລະຫວ່າງອໍາເພີສະເຫຼີມພະກຽດ, ຈັງຫວັດນ່ານ ກັບ ເມືອງເງິນ, ແຂວງໄຊຍະບູລີ ຂອງ ສປປ ລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ເອກສິຣິ ປິນທະຣຸຈິ, ປະລັດກະຊວງການຕ່າງປະເທດ ແລະ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໃນການເປີດຫຼັກໝາຍຊາຍແດນແບບພິເສດດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສໍາພັນອັນໃກ້ຊິດສະນິດແໜ້ນຂອງປະຊາຊົນທັງສອງປະເທດ ແລະ ເຈດຈໍານົງຂອງລັດຖະບານທັງສອງປະເທດ ໃນການພັດທະນາພື້ນທີ່ບໍລິເວນຊາຍແດນໃຫ້ກາຍເປັນພື້ນທີ່ແຫ່ງຄວາມໝັ້ນຄົງ, ຮັ່ງມີ ແລະ ຍືນຍົງສືບໄປ.
 
 

รูปภาพประกอบ

รูปภาพประกอบ