วันที่นำเข้าข้อมูล 14 พ.ค. 2569
วันที่ปรับปรุงข้อมูล 14 พ.ค. 2569
เมื่อวันที่ 12 พฤษภาคม 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ได้เดินทางเยือนจังหวัดหนองคาย เพื่อหารือแนวทางการกระชับความร่วมมือระหว่างจังหวัดหนองคายกับสถานเอกอัครราชทูตและนครหลวงเวียงจันทน์ของ สปป.ลาว โดยได้พบหารือกับนายศรัณย์ศักด์ ศรีเครือเนตร ผู้ว่าราชการจังหวัดหนองคาย นอกจากนี้ ยังได้พบหารือกับ สาธารณสุขจังหวัดหนองคาย ผู้อำนวยการโรงพยาบาลหนองคาย นายด่านศุลกากรหนองคาย รองผู้กำกับการตรวจคนเข้าเมืองจังหวัดหนองคาย ประธานสภาหอการค้าจังหวัดหนองคาย และประธานสภาอุตสาหกรรมจังหวัดหนองคาย ในโอกาสนี้ เอกอัครราชทูตได้รับทราบความร่วมมือที่จังหวัดหนองคายมีร่วมกับนครหลวงเวียงจันทน์ พร้อมทั้งได้หารือเพื่อแก้ไขประเด็นท้าทายที่ยังคั่งค้างทั้งระดับทางการและระดับประชาชน เพื่อผลักดันให้ความร่วมมือในมิติต่าง ๆ ให้มีผลสำเร็จที่เป็นรูปธรรม
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຢ້ຽມຈັງຫວັດໜອງຄາຍ ຫາລືແນວທາງຮັດແໜ້ນການພົວພັນສອງຝັ່ງຂອງ.
ໃນວັນທີ 12 ພຶດສະພາ 2026 ທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເດີນທາງຢ້ຽມຢາມຈັງຫວັດໜອງຄາຍ ເພື່ອຫາລືແນວທາງຮັດແໜ້ນການຮ່ວມມືລະຫວ່າງຈັງຫວັດໜອງຄາຍ ກັບສະຖານເອກອັກຄະຣາຊະທູດ ແລະ ນະຄອນຫຼວງວຽງຈັນຂອງ ສປປ ລາວ ໂດຍໄດ້ພົບຫາລືກັບທ່ານ ສະຣັນສັກ ສີເຄືອດເນດ ຜູ້ວ່າຣາຊະການຈັງຫວັດໜອງຄາຍ. ນອກຈາກນີ້, ຍັງໄດ້ຫາລືກັບສາທາລະນະສຸກຈັງຫວັດໜອງຄາຍ, ຜູ້ອຳນວຍການໂຮງໝໍໜອງຄາຍ, ນາຍດ່ານພາສີໜອງຄາຍ, ຮອງຜູ້ກຳກັບການກວດຄົນເຂົ້າເມືອງຈັງຫວັດໜອງຄາຍ, ປະທານສະພາຫໍການຄ້າຈັງຫວັດໜອງຄາຍ ແລະ ປະທານສະພາອຸດສາຫະກຳຈັງຫວັດໜອງຄາຍ. ໃນໂອກາດດັ່ງກ່າວ, ເອກອັກຄະຣາຊະທູດ ໄດ້ຮັບຊາບການຮ່ວມມືທີ່ຈັງຫວັດໜອງຄາຍມີສ່ວນຮ່ວມກັບນະຄອນຫຼວງວຽງຈັນ ພ້ອມທັງໄດ້ຫາລືເພື່ອແກ້ໄຂປະເດັນທີ່ທ້າທາຍ ທີ່ຍງັຄ້າງຄາໃນລະດັບທາງການ ແລະ ລະດັບປະຊາຊົນ ເພື່ອຊຸກຍູ້ໃຫ້ການຮ່ວມມືໃນດ້ານຕ່າງໆ ໃຫ້ມີຜົນສຳເລັດເປັນຮູບປະທຳ.
รูปภาพประกอบ