ສະຖານເອກອັກຄະຣາຊະທູດ ຂໍປະຊາສຳພັນແຈ້ງລາຍການເອກະສານ ໃນເວລາເດີນທາງໄປປະເທດໄທ ສໍາລັບລົດຍົນສ່ວນຕົວຂອງ ສປປ ລາວ

ສະຖານເອກອັກຄະຣາຊະທູດ ຂໍປະຊາສຳພັນແຈ້ງລາຍການເອກະສານ ໃນເວລາເດີນທາງໄປປະເທດໄທ ສໍາລັບລົດຍົນສ່ວນຕົວຂອງ ສປປ ລາວ

วันที่นำเข้าข้อมูล 9 มิ.ย. 2569

วันที่ปรับปรุงข้อมูล 9 มิ.ย. 2569

| 42 view

ສະຖານເອກອັກຄະຣາຊະທູດ ຂໍປະຊາສຳພັນແຈ້ງລາຍການເອກະສານ ໃນເວລາເດີນທາງໄປປະເທດໄທ ສໍາລັບລົດຍົນສ່ວນຕົວຂອງ ສປປ ລາວ ໂດຍອີງຕາມຂໍ້ມູນຂອງຕໍາຫຼວດພູທອນ ຈັງຫວັດໜອງຄາຍ ດັ່ງນີ້:

1. ເອກະສານ ແລະ ສິ່ງທີ່ຕ້ອງກຽມ
1.1 ເອກະສານປະຈໍາຕົວຜູ້ຂັບລົດ
ໜັງສືເດີນທາງ (Passport) ຫຼື ໜັງສືຜ່ານແດນ (Border Pass)
ໃບຂັບຂີ່ (ລະບຸຊື່ເປັນພາສາອັງກິດ)

1.2 ເອກະສານປະຈໍາລົດ
ໃບທະບຽນລົດ
(ຂອງ ສປປ ລາວ)

1.3 ປະກັນໄພ
ປະກັນໄພລົດຍົນພາກບັງຄັບ (ພ.ຣ.ບ.)
ຫຼື ປະກັນໄພທີ່ຄຸ້ມຄອງໃນປະເທດໄທ

1.4 ເອກະສານການຜ່ານແດນ
ໃບຍິງສິນຄ້າ ຫຼື ເອກະສານ
ການນໍາເຂົ້າຊົ່ວຄາວ (ຖ້າມີ)

1.5 ບໍ່ນໍາສິ່ງຂອງຜິດກົດໝາຍ
ຫ້າມນໍາສິ່ງຂອງຕ້ອງຫ້າມ
ຜິດກົດໝາຍທຸກຊະນິດ

2. ຂັ້ນຕອນການຜ່ານດ່ານຈະລາຈອນ

2.1 ຢຸດລົດເມື່ອເຈົ້າໜ້າທີ່ສັ່ງຢຸດ
2.2 ສະແດງ ເອກະສານຕາມທີ່ເຈົ້າໜ້າທີ່ຮ້ອງຂໍ
2.3 ໃຫ້ການຮ່ວມມືໃນການກວດສອບຢ່າງສຸພາບ
2.4 ປະຕິບັດຕາມຄໍາແນະນໍາຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ

รูปภาพประกอบ

รูปภาพประกอบ