วันที่นำเข้าข้อมูล 27 ส.ค. 2568
วันที่ปรับปรุงข้อมูล 27 ส.ค. 2568
เมื่อวันที่ 23 สิงหาคม 2568 นางสาวมรกต ศรีสวัสดิ์ เอกอัครราชทูต พร้อมด้วยข้าราชการ สถานเอกอัครราชทูต ณ เวียงจันทน์ และทีมประเทศไทยในเวียงจันทน์และครอบครัว ได้เข้าร่วมกิจกรรม ASEAN Family Day 2025 ณ สวนปะตูไซ เพื่อเฉลิมฉลองวาระครบรอบ 58 ปีของการก่อตั้งอาเซียน และสร้างความตระหนักรู้เกี่ยวกับอาเซียนแก่สาธารณชน จัดโดยสถานเอกอัครราชทูตประเทศสมาชิกอาเซียน สถานเอกอัครราชทูตติมอร์-เลสเตประจำ สปป. ลาว และกระทรวงการต่างประเทศ สปป. ลาว โดยมีเอกอัครราชทูต อุปทูต และเจ้าหน้าที่ของสถานเอกอัครราชทูตเอกอัครราชทูตประเทศสมาชิกอาเซียนทั้ง 10 ประเทศ และติมอร์-เลสเต และครอบครัว รวมทั้งผู้เเทนกระทรวงการต่างประเทศ สปป. ลาว นำโดยนายบุนทะวี บุดสะแสง รองหัวหน้าห้องการกระทรวงการต่างประเทศ สปป. ลาว นายแสงพะอาทิด สะหนุกผล รองอธิบดีกรมอาเซียน สปป.ลาว และเจ้าหน้าที่กระทรวงการต่างประเทศ สปป.ลาว เข้าร่วมด้วย
กิจกรรมดังกล่าวจัดขึ้นเพื่อส่งเสริมความสัมพันธ์ที่ใกล้ชิด สร้างความคุ้นเคยระหว่างเพื่อนร่วมงาน และส่งเสริมความเป็นอันหนึ่งอันเดียวกันตามปณิธานของอาเซียน นอกจากผู้เข้าร่วมจากทั้ง 11 ประเทศได้ พบปะสังสรรค์กันแล้ว ยังได้เข้าร่วมกิจกรรมสันทนาการ ซึ่งประกอบด้วยการเดินออกกำลังรอบปะตูไซ การบริหารร่างกายแบบแอโรบิก การจับสลากรางวัล การแสดงศิลปวัฒนธรรมของประเทศต่าง ๆ และการรับประทานอาหารเช้าร่วมกัน
ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປ ລາວ ຮ່ວມກັບສະຖານເອກອັກຄະຣາຊະທູດປະເທດສະມາຊິກອາຊຽນ, ສະຖານເອກອັກຄະຣາຊະທູດຕີມໍ-ເລສເຕ ປະຈຳ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປປ ລາວ ຈັດງານ ASEAN Family Day
ເມື່ອວັນທີ 23 ສິງຫາ 2025 ທ່ານນາງ ມໍຣະກົດ ສີິສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຂ້າຣາຊະການສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ທີມປະເທດໄທ ໃນນະຄອນຫຼວງວຽງຈັນ ແລະ ຄອບຄົວ ໄດ້ເຂົ້າຮ່ວມກິດຈະກຳ ASEAN Family Day 2025 ທີ່ສວນປະຕູໄຊ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 58 ປີ ແລະ ສ້າງຄວາມຮັບຮູ້ກ່ຽວກັບອາຊຽນແກ່ມວນຊົນ ຈັດໂດຍສະຖານເອກອັກຄະຣາຊະທູດປະເທດສະມາຊິກອາຊຽນ, ສະຖານເອກອັກຄະຣາຊະທູດຕີມໍ-ເລສເຕ ປະຈຳ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປປ ລາວ ໂດຍມີເອກອັກຄະຣາຊະທູດ, ອຸປະທູດ ແລະ ເຈົ້າໜ້າທີ່ຂອງສະຖານເອກອັກຄະຣາຊະທູດປະເທດສະມາຊິກອາຊຽນ ທັງ 10 ປະເທດ ແລະ ຕີມໍ-ເລສເຕ ພ້ອມຄອບຄົວ ລວມທັງ, ຜູ້ແທນກະຊວງການຕ່າງປະເທດ ສປປ ລາວ ນຳໂດຍທ່ານ ບຸນທະວີ ບຸດສະແສງ ຮອງຫົວໜ້າຫ້ອງການກະຊວງກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ແສງພະອາທິດ ສະໜຸກຜົນ ຮອງຫົວໜ້າກົມອາຊຽນ ສປປ ລາວ ແລະ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ສປປ ລາວ ເຂົ້າຮ່ວມດ້ວຍ.
ກິດຈະກຳດັ່ງກ່າວ, ຈັດຂຶ້ນເພື່ອສົ່ງເສີມຄວາມສຳພັນທີ່ໃກ້ຊິດ, ສ້າງຄວາມລຶ້ງເຄີຍລະຫວ່າງເພື່ອນຮ່ວມງານ ແລະ ສົ່ງເສີມຄວາມເປັນອັນໜຶ່ງອັນດຽວກັນຕາມປະນິທານຂອງອາຊຽນ. ນອກຈາກຜູ້ເຂົ້າຮ່ວມຈາກທັງ 11 ປະເທດໄດ້ພົບປະສ້າງສັນກັນແລ້ວ ຍັງໄດ້ເຂົ້າຮ່ວມກິດຈະກຳ ຊຶ່ງປະກອບດ້ວຍການຍ່າງອອກກຳລັງກາຍອ້ອມຮອບປະຕູໄຊ, ການບໍລິຫານຮ່າງກາຍແບບແອໂຣບິກ, ການຈັບສະລາງຮາງວັນ, ການສະແດງສິລະປະວັດທະນະທຳຂອງປະເທດຕ່າງໆ ແລະ ການຮັບປະທານອາຫານເຊົ້າຮ່ວມກັນ.
รูปภาพประกอบ