เมื่อวันที่ 22 สิงหาคม 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมอำลานายบอวอนทัด ดวงจัก หัวหน้าห้องว่าการกระทรวงการต่างประเทศ สปป.ลาว ในโอกาสที่จะพ้นจากตำแหน่งในเดือนกันยายน 2568 โดยทั้งสองฝ่ายได้แสดงความยินดีต่อความร่วมมือที่ใกล้ชิดระหว่างสถานเอกอัครราชทูตฯ และกระทรวงการต่างประเทศ สปป.ลาว ตลอดระยะเวลาที่ผ่านมาในทุกมิติของความสัมพันธ์และในทุกระดับ โดยเฉพาะอย่างยิ่ง ในปีนี้ซึ่งเป็นปีที่มีกิจกรรมเฉลิมฉลองครบรอบ 75 การสถาปนาความสัมพันธ์ทางการทูตไทย-สปป.ลาว ในปี 2568 สอท. จึงได้ให้ความร่วมมือและสนับสนุนหลายภาคส่วนของ สปป.ลาวในด้านต่าง ๆ เช่น การพัฒนาที่ยั่งยืน การพัฒนาทางเลือก ศิลปวัฒนธรรมและศาสนา การต่อต้านการค้ายาเสพติด และด้านอื่น ๆ
ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາຫົວໜ້າຫ້ອງວ່າການກະຊວງການຕ່າງປະເທດ ສປປ ລາວ.
ເມື່ອວັນທີ 22 ສິງຫາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມອຳລາທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງວ່າການກະຊວງການຕ່າງປະເທດ ສປປ ລາວ ໃນໂອກາດທີ່ຈະສິ້ນສຸດພາລະກິດຈາກຕຳແໜ່ງໃນເດືອນກັນຍາ 2025. ໂດຍທັງສອງຝ່າຍ, ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືທີ່ໃກ້ຊິດລະຫວ່າງສະຖານເອກອັກຄະຣາຊະທູດ ແລະ ກະຊວງການຕ່າງປະເທດ ສປປ ລາວ ຕະຫຼອດຊ່ວງໄລຍະເວລາທີ່ຜ່ານມາໃນທຸກດ້ານຂອງການພົວພັນທຸກລະດັບ ໂດຍສະເພາະຢ່າງຍິ່ງໃນປີນີ້ ເຊິ່ງເປັນປີທີ່ມີກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ-ສປປ ລາວ ຄົບຮອບ 75 ປີ ໃນປີ 2025 ສະຖານເອກອັກຄະຣາຊະທູດ ຈຶ່ງໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຫຼາຍພາກສ່ວນຂອງ ສປປ ລາວ ໃນດ້ານຕ່າງໆ ເຊັ່ນ: ການພັດທະນາທີ່ຍືນຍົງ, ການພັດທະນາທາງເລືອກ, ສິລະປະວັດທະນະທຳ ແລະ ສາສະໜາ, ການຕໍ່ຕ້ານການຄ້າຢາເສບຕິດ ແລະ ດ້ານອື່ນໆ.