เมื่อวันที่ 16 มิถุนายน 2568 นางสาวมรกต ศรีสวัสดิ์ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมคารวะ นางฟองสะหมุด อั่นลาวัน รองรัฐมนตรีกระทรวงการต่างประเทศ สปป.ลาว เพื่อแสดงความยินดีในโอกาสที่นางฟองสะหมุดฯ ได้รับแต่งตั้งให้ดำรงตำแหน่งใหม่เมื่อเดือนเมษายน 2568 ทั้งสองฝ่ายได้ปรึกษาหารือเกี่ยวกับแผนการจัดกิจกรรมที่ทั้งสองประเทศจะดำเนินการร่วมกันเนื่องในโอกาสครบรอบ 75 ปี การสถาปนาความสัมพันธ์ทางการทูตระหว่างไทย-สปป.ลาว การส่งเสริมความร่วมมือเพื่อการพัฒนาที่ยั่งยืนภายใต้แผนการความร่วมมือด้านวิชาการไทย-สปป.ลาว รวมถึงผลสำเร็จของพิธีเทคอนกรีตเชื่อมสะพานมิตรภาพไทย-ลาว แห่งที่ 5 (บึงกาฬ- บอลิคำไซ) เมื่อวันที่ 6 มิถุนายน 2568 และปรึกษาหารือเกี่ยวกับความเป็นไปได้ที่จะเชื่อมโยงการใช้งานสนามบินสะหวันนะเขตกับจังหวัดมุกดาหารในอนาคต
ເອກອັກຄະຣາຊະທູດໄປ ປະຈຳ ສປປ ລາວ ຢ້ຽມຂໍ່ານັບທ່ານນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ.
ເມື່ອວັນທີ 16 ມິຖຸນາ 2025 ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ເພື່ອສະແດງຄວາມຍິນດີ ທີ່ທ່ານໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງໃໝ່ ເມື່ອເດືອນເມສາ 2025. ໂດຍທັງສອງຝ່າຍ, ໄດ້ປຶກສາຫາລືກ່ຽວກັບແຜນການຈັດກິດຈະກຳທີ່ທັງສອງປະເທດຈະຈັດຕັ້ງປະຕິບັດຮ່ວມກັນ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປປ ລາວ - ໄທ ຄົບຮອບ 75 ປີ. ເພື່ອສົ່ງເສີມການຮ່ວມມືເພື່ອການພັດທະນາທີ່ຍືນຍົງ ພາຍໃຕ້ແຜນການຮ່ວມມືດ້ານວິຊາການໄທ-ສປປ ລາວ. ລວມເຖິງ, ຜົນສຳເລັດພິທີເທຄອນກີດເຊື່ອມຕໍ່ຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ເມື່ອວັນທີ 6 ມິຖຸນາ 2025 ແລະ ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ທີ່ຈະເຊື່ອມໂຍງການໃຊ້ງານສະໜາມບິນສະຫວັນນະເຂດ ກັບຈັງຫວດມຸກດາຫານ ໃນອະນາຄົດ.